ທ່ານນາງ Federica Mogherini
(ພາບ: ສຳນັກຂ່າວສານ ຫວຽດນາມ)
|
(vovworld) – ທ່ານນາງ Federica Mogherini, ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດຂອງສະຫະພາບເອີລົບ (ອີຢູ) ໃຫ້ຮູ້ວ່າ: ທ່ານນາງ ບໍ່ເຫັນດີເລື່ອງປຶກສາຫາລືບັນດາຄຳສັ່ງລົງໂທດໃໝ່ສຳລັບ ລັດເຊຍ ຫຼື ອຳນາດການປົກຄອງຂອງທ່ານປະທານາທິບໍດີ ຊີຣີ Bashar al – Assad. ທ່ານນາງ Federica Mogherini ຖືວ່າ ປະຊາຄົມສາກົນຕ້ອງຟື້ນຟູວິວັດທະນາການການເມືອງ ເພື່ອແກ້ໄຂບັ້ນຮົບຢູ່ ຊີຣີ. ທັດສະນະດັ່ງກ່າວໂດຍທ່ານນາງ Mogherini ຍົກອອກມາທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ແລະ ທ່ານເລຂາທິການໃຫຍ່ ສປຊ Ban ki moon ຢູ່ນອກກອງປະຊຸມສາກົນໜູນຊ່ວຍ ອາບການິດສະຖານເຊິ່ງ ຈັດຕັ້ງຢູ່ ບຣຸກແຊນ, ປະເທດ ແບນຊິກ, ພາຍຫຼັງ ອາເມລິກາ ປະກາດຢຸດຕິການເຈລະຈາກັບ ລັດເຊຍ ກ່ຽວກັບ ຊີຣີ 2 ວັນ. ທ່ານນາງ Mogherini ຖືວ່າ: ມາດຕະການການເມືອງ ອາດຈະແກ້ໄຂບັນຫາຢູ່ ຊີຣີ ໄດ້ແມ່ນຍ້ອນວ່າບັນຫາບໍ່ແມ່ນວ່າຝ່າຍໃດຍາດໄດ້ໄຊຊະນະດ້ານການທະຫານ. ຕາມທ່ານນາງແລ້ວ, ອີຢູ ຕ້ອງຮັກສາ ແລະ ສ້າງສະພາບແວດລ້ອມຄືນໃໝ່ໃຫ້ບັນດາວິວັດທະນາການດ້ານການເມືອງໄດ້ຮັບການປະຕິບັດ. ທ່ານນາງກໍ່ຖືວ່າ: ທູດພິເສດຂອງ ສປຊ ກໍ່ຄວນມີຄວາມຮັບຜິດຊອບ, ສືບຕໍ່ໜ້າທີ່ເພື່ອຍົກອອກມາດຕະການດ້ານການເມືອງເພື່ອເປີດຊ່ອງທາງໃຫ້ແກ່ບັນຫາຊີຣີ.