ອີຣານ ກ່າວເຕືອນບຸກໂຈມຕີ ອິດສະຣາແອັນ ຖ້າຫາກຖືກ ອາເມລິກາ ບຸກໂຈມຕີ
(VOVWORLD) - ວັນທີ 11 ມັງກອນ, ທ່ານປະທານສະພາແຫ່ງຊາດ ອີຣານ ກ່າວເຕືອນວ່າ ປະເທດນີ້ຈະປຸກໂຈມຕີ ອິດສະຣາແອັນ, ຖ້າຫາກວ່າ ອາເມລິກາ ດຳເນີນການແຊກແຊງດ້ານການທະຫານ ແລະ ບຸກໂຈມຕີ ອີຣານ.
ກ່າວຄຳເຫັນຕໍ່ໜ້າສະພາແຫ່ງຊາດ ອີຣານ, ທ່ານ Mohammad Bagher Ghalibaf, ປະທານສະພາແຫ່ງຊາດ ອີຣານ ຊີ້ແຈ້ງວ່າ ໃນກໍລະນີ ອາເມລິກາ ເປີດບັ້ນບຸກໂຈມຕີໃໝ່ແນໃສ່ ອີຣານ, ປະເທດ ອິດສະລາມ ນີ້ຈະຖືບັນດາກຳປັ່ນ ແລະ ກຳລັງຂອງ ອາເມລິກາ ຢູ່ພາກພື້ນ, ກໍຄືຢູ່ບັນດາເຂດດິນແດນ ປາແລັດສະຕິນ ຖືກຢຶດຄອງ, ແມ່ນເປົ້າໝາຍປຸກໂຈມຕີຖືກຕາມກົດໝາຍ. ວົງການເຈົ້າໜ້າທີ່ ອີຣານ ເຄີຍນຳໃຊ້ຄຳວ່າ “ບັນດາເຂດດິນແດນ ປາແລັດສະຕິນ ຖືກຢຶດຄອງ” ເພື່ອເວົ້າເຖິງ ອິດສະຣາແອັນ.
ໃນວັນດຽວກັນ, ສືື່ມວນຊົນ ອາເມລິກາ ໃຫ້ຂ່າວວ່າ ຄາດວ່າ ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ຈະຈັດກອງປະຊຸມກັບບັນດາເຈົ້າໜ້າທີ່ຂັ້ນສູງໃນອຳນາດກາປົກຄອງ ເພື່ອປຶກສາຫາລືບັນດາແຜນການຮັບມືກັບສະພາບການພວມເຄັ່ງຕຶງຂຶ້ນຢູ່ ອີຣານ.