ອີ​ຣານ ມີ​ຄວາມ​ປະ​ເອີບ​ໃຈ​ກ່ອນ​ເວ​ລາ​ດຳ​ເນີນ​ການ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ

(VOVWORLD) - ວັນທີ 24 ກຸມພາ, ກ່ອນດຳເນີນການເຈລະຈາລະຫວ່າງ ອີຣານ ແລະ ອາເມລິກາ ທີ່ຄາດວ່າຈະຈັດຂຶ້ນຢູ່ ເຊີແນວ (ປະເທດສະວິດ) 2 ວັນ, ທ່ານ Abbas Araghchi  ລັດຖະມົນຕີການຕ່າງປະເທດ ອີຣານ ຖະແຫຼງ ຂໍ້ຕົກລົງແນໃສ່ຫຼີກລ້ຽງການປະທະກັນດ້ານການທະຫານກັບ ອາເມລິກາ ໄດ້ “ຢູ່ໃນກຳມື” ແລ້ວ.

ໃນສື່ສັງຄົມອອນໄລ, ທ່ານ Abbas Araghchi  ເນັ້ນໜັກວ່າ: “ພວກຂ້າພະເຈົ້າມີໂອກາດຄັ້ງປະຫວັດສາດເພື່ອບັນລຸໄດ້ຂໍ້ຕົກລົງແບບບໍ່ເຄີຍມີມາກ່ອນ, ແກ້ໄຂບັນດາຄວາມວິຕົກກັງວົນລວມ ແລະ ບັນລຸໄດ້ຜົນປະໂຫຍດລວມ”.

ໃນບົດຂຽນ, ທ່ານລັດຖະມົນຕີ Abbas Araghchi  ກໍຢັ້ງຢືນວ່າ: “ໃນບໍ່ວ່າສະພາບການໃດ, ອີຣານ ກໍຈະບໍ່ພັດທະນາອາວຸດນິວເຄຼຍ”, ແຕ່ກໍເນັ້ນໜັກເຖິງສິດຂອງປະເທດນີ້ໃນການ “ຂຸດຄົ້ນຜົນປະໂຫຍດຈາກເຕັກໂນໂລຢີນິວເຄຼຍ ເພື່ອຈຸດປະສົງສັນຕິພາບ”.

ອີຣານ ແລະ ອາເມລິກາ ໄດ້ຈັດຕັ້ງການເຈລະຈານິວເຄຼຍ 5 ຮອບໃນປີ 2025 ແຕ່ບໍ່ບັນລຸໝາກຜົນໃດໆ. ຮອບເຈລະຈາທາງອ້ອມ ຢູ່ເຊີແນວ ຄາດວ່າຈັດຂຶ້ນໃນວັນທີ 26 ກຸມພາ ແມ່ນການເຈລະຈາຮອບທີ 3 ນັບແຕ່ຕົ້ນເດືອນນີ້, ເຊິ່ງໄດ້ຈັດຂຶ້ນພາຍຫຼັງ ອາເມລິກາ ຜັນຂະຫຍາຍການເຄື່ອນໄຫວການທະຫານດ້ວຍຂອບຂະໜາດໃຫຍ່ໃນພາກພື້ນ ໃນຊຸມອາທິດມໍ່ໆມານີ້ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump  ນາບຂູ່ບຸກໂຈມຕີ ອີຣານ ຖ້າບໍ່ບັນລຸໄດ້ຂໍ້ຕົກລົງ.

ຕອບກັບ

ຂ່າວ/ບົດ​ອື່ນ