ປະຈຸບັນ, ຫວຽດນາມ ມີໝູ່ບ້ານອາຊີບ, ໝູ່ບ້ານອາຊີບພື້ນເມືອງ ກ່ວາ 2.000 ແຫ່ງໄດ້ຮັບການຮັບຮອງເອົາ. ມີໝູ່ບ້ານອາຊີບຈຳນວນໜຶ່ງທີ່ມີຊື່ສຽງຄື: ໝູ່ບ້ານອາຊີບຟ້ອນຕຸກກະຕານ້ຳ ດ່າວຖຸກ, ໝູ່ບ້ານອາຊີບເຮັດກຸບ ດ້າຍອາງ, ໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ບາດຈ່າງ, ໝູ່ບ້ານອາຊີບເຮັດເຂົ້າເໝົ້າ ວ່ອງ… ໝູ່ບ້ານອາຊີບໄດ້ປະກອບສ່ວນພັດທະນາເສດຖະກິດຊົນນະບົດ, ສ້າງວຽກເຮັດງານທຳ, ເພີ່ມລາຍຮັບໃຫ້ແກ່ແຮງງານຢູ່ບັນດາທ້ອງຖິ່ນ. ເອື້ອຍ ຫວູຕວຽດແຮັ້ງ, ຕາແສງ ເກືອນາມ, ຮ່າໂນ້ຍ ມັກພາລູກໄປໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ບາດຈ່າງ ແບ່ງປັນວ່າ:
ຂ້າພະເຈົ້າມັກພາລູກມາທີ່ນີ້ ເພື່ອໃຫ້ລູກໃກ້ຊິດກັບທຳມະຊາດກວ່າ ແລະ ໄດ້ລົງຕົວຈິງເຮັດເຄື່ອງປັ້ນດິນເຜົາ. ມານີ້ລູກສາມາດລະຫຼີ້ນໄດ້ແບບສະບາຍ ແລະ ມີຄວາມປະດິດຄິດສ້າງກວ່າ.
ເຖິງແນວນັ້ນກໍ່ຕາມ, ນັກສະຖາປະນິກ ເຈິ່ນຮຸຍແອັງ ໃຫ້ຂໍ້ສັງເກດວ່າ ໃນວິວັດການຫັນເປັນຕົວເມືອງ, ບັນດາໝູ່ບ້ານອາຊີບຕ້ອງມານະພະຍາຍາມເພື່ອຮັກສາ ແລະ ພັດທະນາພື້ນທີ່ສະຖາປັດຕະຍາກຳ, ທັງຮັກສາມໍລະດົກ, ທັງພັດທະນາການທ່ອງທ່ຽວ, ເສດຖະກິດ:
ຖ້າພວກເຮົາພຽງແຕ່ຮັກສາໝູ່ບ້ານຄືດັ່ງເວທີສະແດງເພື່ອໃຫ້ຫຼາຍຄົນມາເບິ່ງຊົມໝູ່ບ້ານແຫ່ງໜຶ່ງທີ່ຍັງຄົງຕົວໃນວິວັດທະນາການຫັນເປັນຕົວເມືອງນັ້ນ, ເວທີສະແດງນີ້ຈະສູນຫາຍໄວທີ່ສຸດ. ການຫັນເປັນຕົວເມືອງຢ່າງໄວວາຈະບໍ່ລະເວັ້ນພື້ນທີ່ແຫ່ງໃດໝົດ. ໝູ່ບ້ານແຫ່ງຕ່າງໆຈະຖືກຫັນເປັນຕົວເມືອງຢ່າງໄວວາທີ່ສຸດ, ນັບທັງໝູ່ບ້ານອາຊີບຫັດຖະກຳ ກໍ່ຄືໝູ່ບ້ານອາຊີບກະສິກຳ, ສຸດທ້າຍກໍ່ຈະຖືກສູນເສຍຄວາມດູດດື່ມ ແລະ ຄວາມງາມພິເສດສະເພາະ.
ການອະນຸລັກຮັກສາພື້ນທີ່ສະຖາປັດຕະຍາກຳໝູ່ບ້ານອາຊີບ ບໍ່ພຽງແຕ່ແມ່ນການຮັກສາບັນດາຄຸນຄ່າສະຖາປັດຕະຍາກຳທີ່ເປັນມູນເຊື້ອເທົ່ານັ້ນ, ຫາກຍັງແມ່ນວິທີຮັກສາແບບແຜນການດຳລົງຊີວິດວົງຄະນະຍາດ ແລະ ສິ່ງຍອດຍິ່ງຂອງອາຊີບຜ່ານຫຼາຍລຸ້ນຄົນອີກດ້ວຍ. ຕາມນັກສະຖາປານິກ ເຈິ່ນຮຸຍແອັງ, ປັດໄຈດຶງດູດແຂກທ່ອງທ່ຽວຢ່າງແທ້ຈິງຈະແມ່ນສິ່ງແວດລ້ອມຊີວະພາບ, ດັ່ງນັ້ນ, ຕ້ອງສ້າງໝູ່ບ້ານອາຊີບກາຍເປັນບັນດາຫົວໜ່ວຍເປັນເຈົ້າຂອງຊີວະພາບ:
ພວກເຮົາບໍ່ຄວນຮັກສາໝູ່ບ້ານອາຊີບແຕ່ຢ່າງດຽວ ຫາກຍັງຕ້ອງຮັກສາທັງສິ່ງແວດລ້ອມຊີວະພາບຂອງໝູ່ບ້ານແຫ່ງນັ້ນນຳອີກ. ເມື່ອໝູ່ບ້ານເຫຼົ່ານັ້ນຖືກມົນລະພິດກ່ຽວກັບຊີວະພາບ, ສູນເສຍດ້ານວັດທະນະທຳ, ກ່ຽວກັບການເຊື່ອມຕໍ່ປະຊາຄົມແລ້ວນັ້ນ, ເຂດບ້ານນາຈະບໍ່ມີກຳລັງຊີວິດອີກ. ດັ່ງນັ້ນ, ໃນວິວັດການຫັນເປັນຕົວເມືອງ, ຂ້າພະເຈົ້າຖືວ່າ ປັດໄຈສຳຄັນທີ່ສຸດ ສັນຍາລັກຂອງໝູ່ບ້ານແຫ່ງໜຶ່ງ ແມ່ນຫົວໜ່ວຍເປັນເຈົ້າຂອງສິ່ງແວດລ້ອມຊີວະພາບ ແມ່ນຈະມີຄວາມຍືນຍົງຕໍ່ບັນດາສິ່ງທ້າທາຍໃໝ່.
ສຳລັບໝູ່ບ້ານອາຊີບທີ່ຖືກມົນລະພິດ, ທ່ານປະລິນຍາເອກ ຫງວຽນເຕີດທັງ ນັກຄົ້ນຄ້ວາຂັ້ນສູງຂອງສະຖາບັນສະຖາປັດຕະຍາກຳແຫ່ງຊາດ, ກະຊວງກໍ່ສ້າງ ຫວຽດນາມ ຖືວ່າ ຕ້ອງມີວິທີການວາງແຜນຜັງທີ່ເໝາະສົມ ເພື່ອຈຳກັດຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຊີວິດຂອງ ປຊຊ:
ທັງຢາກຮັກສາໝູ່ບ້ານອາຊີບ, ຮັກສາໄດ້ບັນດາຄຸນຄ່າວັດທະນະທຳ ໄປຄຽງຄູ່ກັບການອະນຸລັກຮັກສາ, ຕ້ອງຈັດແບ່ງເຂດວາງແຜນຜັງໝູ່ບ້ານອາຊີບ ອອກຈາກຊຸມຊົນເຂດຕັ້ງຖິ່ນຖານຄົງທີ່, ຕ້ອງແມ່ນເຂດລວມສູນມີພື້ນຖານໂຄງລ່າງເຕັກນິກທີ່ດີ ຕອບສະໜອງຕ່ອງໂສ້ຜະລິດທັງໝົດໄດ້. ສ່ວນໃນບັນດາເຂດພື້ນເມືອງ, ບັນດາເຂດຜະລິດຂອງໝູ່ບ້ານອາຊີບ ຫັນເປັນເຂດຂາຍຜະລິດຕະພັນ, ບໍ່ຜະລິດອີກ ຫຼືຈັດງານຕະຫຼາດນັດແນະນຳຜະລິດຕະພັນ ຫຼືບັນດາຮູບແບບຢ້ຽມຊົມ, ທ່ອງທ່ຽວຜະລິດຕະພັນ.
ໃນວິວັດທະນາການຫັນເປັນຕົວເມືອງ, ການອະນຸລັກຮັກສາພື້ນທີ່ສະຖາປັດຕະຍາກຳໝູ່ບ້ານອາຊີບ ບໍ່ພຽງແຕ່ໄດ້ເສີມຂະຫຍາຍບັນດາຄຸນຄ່າດ້ານວັດທະນະທຳພິເສດສະເພາະເທົ່ານັ້ນ, ບັນດາຂະແໜງມີໜ້າທີ່ຮັບຜິດຊອບຍັງໄດ້ປະຕິບັດການຫັນເປັນດີຈີຕອນໃນພື້ນທີ່ໝູ່ບ້ານອາຊີບອີກດ້ວຍ, ເພື່ອສັງລວມບັນດາສະຖານທີ່ທີ່ມີຊື່ສຽງ ແລະ ບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ ເພື່ອໃຫ້ແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໄດ້ຮູ້ຈັກເຖິງ. ຜ່ານນັ້ນ, ກໍ່ຈະສາມາດດຶງດູດແຂກມາຢ້ຽມຊົມ, ລົງຕົວຈິງເຮັດຜະລິດຕະພັນຫັດຖະກຳ ແລະ ຊອກຮູ້ວັດທະນະທຳພື້ນເມືອງ./.
