(vovworld) - ວັນທີ 26 ຕຸລາ, ຫົວໜ້າກຳມາທິການ ການຕ່າງປະເທດສະພາແຫ່ງຊາດອີຣານ ທ່ານ Alaeddin Boroujerdi ປະຕິເສດເລື່ອງປະເທດ ສ.ອິດສລາມ ນີ້ຢຸດຕິການເສີມທາດ ຢູຣານຽມ ລະດັບ 20% ຊົ່ວຄາວ. ທ່ານຢືນຢັນວ່າ ໂຄງການນິວເຄຼຍແມ່ນບໍ່ປ່ຽນແປງ ແລະ ເຕເຣຣານ ສືບຕໍ່ເສີມທາດຢູ່ລະດັບດັ່ງກ່າວ. ທ່ານ Alaeddin Boroujerdi ກໍ່ສະເໜີບັນດາປະເທດຢ່າຟາວຍົກອອກບັນດາການຄາດຄະເນ ແລະ ຄວນລໍຖ້າໝາກຜົນການເຈລະຈາລະຫວ່າງອີຣານ ແລະ ກຸ່ມ P5+1 (ເຊິ່ງລວມມີ 5 ປະເທດກຳມະການປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດ ແມ່ນ ອັງກິດ, ອາເມລິກາ, ຝລັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ).
ກ່ອນໜ້ານັ້ນ ໂຄສົກຂອງກຳມາທິການການຕ່າງປະເທດສະພາແຫ່ງຊາດອີຣານ ທ່ານ Hossein Naqavi Hosseini ຖະແຫຼງວ່າ ເຕເຣຣານ ໄດ້ຢຸດຕິການເສີມທາດ ຢູຣານຽມ ຢູ່ລະດັບສູງກວ່າ 5% ດ້ວຍເຫດຜົນທີ່ວ່າ ອີຣານ ໄດ້ມີຈຳນວນເຊື້ອເພິງເສີມທາດຢູ່ໃນລະດັບ 20% ພຽງພໍແລ້ວ ເຊິ່ງຕາມທ່ານ Hosseini ໃຫ້ຮູ້ວ່າ ຈະນຳໃຊ້ເຂົ້າໃນບັນດາເຕົາປະຕິກອນນິວເຄຼຍ ຄົ້ນຄວ້າຮັບໃຊ້ດ້ານການແພດ. ອົງການພະລັງງານປະລະມານູສາກົນ ກໍ່ໃຫ້ຮູ້ວ່າ ຍັງບໍ່ທັນມີຂໍ້ມູນໃດທີ່ຢືນຢັນວ່າ ເຕເຣຣານ ໄດ້ຢຸດຕິການເສີມທາດ ຢູຣານຽມ ໃນລະດັບ 20%.