ທ່ານ ອະດີດເລຂາທິການໃຫຍ່ ສະມາຄົມ ປະຊາຊາດ
ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ສຸຣິນ ພິດສຸວັນ
(ພາບ: norway-asia.com)
(vovworld) - ວັນທີ 1/1, ອະດີດເລຂາທິການໃຫຍ່ ສະມາຄົມ ປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ສຸຣິນ ພິດສຸວັນ ໄດ້ຮັບຮູ້ວ່າ, ທ່ານຈະປະຕິບັດບາດກ້າວທຳອິດໃນແຜນການກັບຄືນສູ່ເວທີການເມືອງດ້ວຍເລື່ອງ ຍາດເອົາຕຳແໜ່ງເປັນການນຳພັກປະຊາທິປັດ ໂດຍອະດີດນາຍົກລັດຖະມົນຕີ ອະພິຊິດ ນຳໜ້າ. ທ່ານ ສຸຣິນ ຢືນຢັນວ່າ, ຖ້າຍາດໄດ້ໄຊຊະນະ, ທ່ານຈະອອກສະໝັກເລືອກຕັ້ງເປັນນາຍົກລັດຖະມົນຕີ ໄທ ໃນຖານະເປັນການນຳຂອງພັກ ປະຊາທິປັດ.
ກ່ອນໜ້ານັ້ນ, ນາຍົກລັດຖະມົນຕີໄທ ປຣາຢຸດ ຈັນໂອຈາ ໄດ້ໃຫ້ຄຳໝັ້ນສັນຍາຈະຈັດຕັ້ງການເລືອກຕັ້ງໃນກາງປີ 2017, ພ້ອມທັງປະຕິເສດຂ່າວຊ່າລືທີ່ວ່າ, ທ່ານຈະເປັນການນຳລັດຖະບານ ດ້ວຍວິທີຈັດຕັ້ງການເລືອກຕັ້ງທົ່ວປະເທດ.