ທ່ານປະທານາທິບໍດີ ອາເມລິກາ Barack Obama
(ພາບ: maltatoday.com)
|
(vovworld) - ວັນທີ 5/6, ທ່ານປະທານາທິບໍດີ ອາເມລິກາ Barack Obama ໄດ້ໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ຢູແກຼນ Petro Poroshenko ເພື່ອປຶກສາຫາລືກ່ຽວກັບສະພາບການໃຊ້ຄວາມຮຸນແຮງພວມເພີ່ມຂຶ້ນລະຫວ່າງກອງທັບລັດຖະບານ ແລະ ກຳລັງທວງເອົາເອກະລາດຢູ່ພາກຕາເວັນອອກ ຢູແກຼນ. ໃນການໂອ້ລົມທາງໂທລະສັບ, ທ່ານປະທານາທິບໍດີ ອາເມລິກາ ຢັ້ງຢືນຄືນໃໝ່ການສະໜັບສະໜູນຢ່າງແຮງຂອງ ອາເມລິກາ ທີ່ມີຕໍ່ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຢູແກຼນ, ພ້ອມທັງໃຫ້ຄຳໝັ້ນສັນຍາຈະຮ່ວມມືກັບບັນດາຄູ່ຮ່ວມມືສາກົນເພື່ອໜູນຊ່ວຍ ຢູແກຼນ ໃນພາລະກິດສ້າງໂຄງປະກອບຄືນໃໝ່ ກໍ່ຄືຊຸກຍູ້ມາດຕະການການທູດໃຫ້ແກ່ວິກິດການຢູ່ພາກຕາເວັນອອກຢູແກຼນ. ການກະທຳດັ່ງກ່າວດຳເນີນໄປກ່ອນທີ່ຈັດຕັ້ງກອງປະຊຸມສຸດຍອດບັນດາປະເທດອຸດສາຫະກຳພັດທະນາອັນດັບໜຶ່ງ (G7) ໃນວັນທີ 7 – 8/6, ຢູ່ ເຢຍລະມັນ, ບ່ອນທີ່ບັນດາການນຳຄາດວ່າຈະປຶກສາຫາລືກ່ຽວກັບວິກິດການຢູ່ປະເທດ ເອີລົບຕາເວັນອອກນີ້.