ອາເມລິກາຮຽກຮ້ອງຈີນ ບໍ່ສ້າງຕັ້ງ ADIZ ໃນເຂດເກີດການພິພາດ ອະທິປະໄຕ
ທ່ານ Daniel Russel ຜູ້ຊ່ວຍວຽກຂອງທ່ານ
ລັດຖະມົນຕີການຕ່າງປະເທດອາເມລິກາ
(ພາບ: vov)
(vovworld)- ວັນທີ 4/2, ທ່ານ Daniel Russel ຜູ້ຊ່ວຍວຽກຂອງທ່ານລັດຖະມົນຕີການຕ່າງປະເທດອາເມລິກາ ໃຫ້ຮູ້ວ່າ: ອາເມລິກາ ໄດ້ຮຽກຮ້ອງໃຫ້ຈີນ ບໍ່ສືບຕໍ່ສ້າງຕັ້ງເຂດປ້ອງກັນອາກາດ (ADIZ) ຢູ່ບັນດາເຂດເກີດການພິພາດອະທິປະໄຕ. ທ່ານ Daniel Russel ຢືນຢັນວ່າ: ອາເມລິກາ ມີຄວາມວິຕົກກັງວົນກ່ຽວກັບບັນດາການຜັນແປມໍ່ໆມານີ້ຢູ່ທະເລຮວາຕຸງ ກໍ່ຄືທະເລຕາເວັນອອກ, ພິເສດແມ່ນບໍ່ມີລັກສະນະການພົວພັນທາງການທູດແລະ ກົດໝາຍ. ພ້ອມກັນນັ້ນ, ທ່ານ Daniel Russel ປະກາດວ່າ: ອາເມລິກາ ຖືວ່າ: ເລືອ່ງສ້າງຕັ້ງ ADIZ ພຽງຈະເຮັດໃຫ້ພາກພື້ນຂາດສະຖຽນລະພາບເທົ່ານັ້ນ, ສ້າງຄວາມເຄັ່ງຕຶງຂຶ້ນຕື່ມ, ກີດຂວາງວິວັດການຈໍລະຈອນໃນເຂດນ່ານຟ້າສາກົນ. ຊ້ຳບໍ່ໜຳ, ຜູ້ຊ່ວຍວຽກຂອງທ່ານລັດຖະມົນຕີການຕ່າງປະເທດອາເມລິກາ ຍັງກ່າວເຕືອນວ່າ: “ການກະທຳນີ້ອາດຈະພາໄປເຖິງບັນດາການຄິດໄລ່ທີ່ພິດພາດ ແລະ ການສຸຢັນກັນໂດຍບັງເອີນ“./.