ສະມາຊິກສະພາສູງ ອາເມລິກາ Patrick Leahy ຖ່າຍຮູບພາຍຫຼັງການ
ປະຊຸມຂ່າວຢູ່ໂຮງແຮມ ລາຮາວານໃນວັນທີ 27/6
(ພາບ: Reuters)
|
(vovworld) – ໃນການກະທຳທີ່ໄດ້ຮັບການລໍຄອຍຈາກຫາງສຽງແຕ່ດົນນານມາແລ້ວ, ວັນທີ 30/6, ເຈົ້າໜ້າທີ່ຂັ້ນສູງທ່ານໜຶ່ງໂດຍບໍ່ເຜີຍຊື່ຂອງອຳນາດການປົກຄອງ ອາເມລິກາ Barack Obama ຖະແຫຼງວ່າ: ອາເມລິກາ ແລະ ກູບາ ຈະປະກາດຈຸດເວລາເປີດບັນດາສະຖານທູດຢູ່ນະຄອນຫຼວງຂອງແຕ່ລະປະເທດໃນວັນທີ 1/7. ເຈົ້າໜ້າທີ່ຜູ້ນີ້ຍັງໃຫ້ຮູ້ຕື່ມອີກວ່າ: ທ່ານປະທານາທິບໍດີ Obama ແລະ ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ John Kerry, ຜູ້ພວມມີໜ້າຢູ່ ວຽນນາ (ປະເທດ ໂອຕຣິດ) ເພື່ອເຂົ້າຮ່ວມການເຈລະຈາກັບ ອີຣານ, ມີບົດກ່າວປາໄສໃນຕອນເຊົ້າວັນທີ 1/7 ກ່ຽວກັບເຫດການສຳຄັນນີ້ໃນວິວັດການຟື້ນຟູການພົວພັນທາງການທູດລະຫວ່າງ 2 ຝ່າຍ.
ນັບແຕ່ພາຍຫຼັງການປະກາດຄັ້ງປະຫວັດສາດກ່ຽວກັບສ້າງຕັ້ງການພົວພັນທາງການທູດເປັນປົກກະຕິ ໂດຍທ່ານປະທານາທິບໍດີ Barack Obama ແລະ ທ່ານປະທານ Raul Castro ຍົກອອກມາໃນວັນທີ 17/12/2014, 2 ຝ່າຍໄດ້ຜັນຂະຫຍາຍບັນດາບາດກ້າວເດີນເພື່ອແນໃສ່ຍູ້ໄວວິວັດການນີ້.