ລັດຖະມົນຕີວ່າການກະຊວງການ
ຕ່າງປະເທດຈີນ ແລະ ອາເມưິກາ
(ພາບ: AP)
(vovworld) – ວັນທີ 24/02, ສຳນັກຂ່າວສານ Reuters ຂອງ ອັງກິດ ໃຫ້ຮູ້ວ່າ: ອາເມລິກາ ແລະ ຈີນ ໄດ້ເຫັນດີເປັນເອກະສັນຕໍ່ຮ່າງມະຕິທີ່ອະນຸຍາດໃຫ້ເປີດກ້ວາງບັນດາມາດຕະການລົງໂທດຂອງສະຫະປະຊາຊາດເລັ່ງໃສ່ ສປປ ເກົາຫຼີ, ພ້ອມທັງຫວັງວ່າ: ສາມາດນຳຮ່າງມະຕິມາປ່ອນບັດຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນ 2, 3 ວັນຈະມາເຖິງ. Reuters ກໍ່ຄັດສະເໜີຄຳເຫັນຂອງເຈົ້າໜ້າທີ່ຂັ້ນສູງສະພາຄວາມໝັ້ນຄົງສະຫະປະຊາຊາດ 2 ທ່ານ ທີ່ຢືນຢັນວ່າ: ບັນດາປະເທດກຳມະການປະຈຳຂອງສະພາ ບັນລຸໄດ້ຂໍ້ຕົກລົງກ່ຽວກັບຮ່າງມະຕິ ແລະ ສາມາດໄດ້ຍົກອອກຮ່າງມະຕິນີ້ຕໍ່ 15 ປະເທດກຳມະການໃນໄລຍະໄວທີ່ສຸດ.
ກ່ອນທີ່ມະຕິໄດ້ຮັບການຮັບຮອງເອົາ, ໃນຕະຫລອດ 7 ອາທິດຜ່ານມາ, ອາເມລິກາ ແລະ ຈີນ ໄດ້ເຈລະຈາກ່ຽວກັບຮ່າງມະຕິລົງໂທດ ສປປ ເກົາຫຼີ ພາຍຫລັງເຫດທົດລອງນິວເຄຼຍຂອງ ພຽງຢາງ ໃນເດືອນ 01/2016.