ຮັກສາການພົວພັນຮ່ວມມືດ້ານປ້ອງກັນປະເທດ ຫວຽດນາມ - ມຽນມາ ຢ່າງມີປະສິດທິຜົນ

(VOVWORLD) - ທ່ານພົນໂທ ຟ້າມງອັກມີງ ຢືນຢັນວ່າ ກອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາອົງການຮັບຜິດຊອບຂອງ 2 ຝ່າຍ

ວັນທີ 4 ເມສາ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຟ້າມງອັກມີງ, ຮອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ໄດ້ຕ້ອນຮັບທ່ານພົນຕີ Tin Maung Win, ຜູ້ບັນຊາການກຳລັງປ້ອງກັນອາກາດ ມຽນມາ. ທີ່ການຕ້ອນຮັບ, ທ່ານພົນໂທ ຟ້າມງອັກມີງ ຢືນຢັນວ່າ ກອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາອົງການຮັບຜິດຊອບຂອງ 2 ຝ່າຍຮັກສາການພົວພັນຮ່ວມມືຢ່າງມີປະສິດທິຜົນເພື່ອແນໃສ່ຮັບໃຊ້ໃຫ້ພາລະກິດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຂອງແຕ່ລະປະເທດ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ປັບປຸງນ້ຳໃຈສາມັກຄີມິດຕະພາບ, ສະໜິດຕິດພັນລະຫວ່າງກອງທັບ 2 ປະເທດ. ສ່ວນທ່ານພົນຕີ Tin Maung Win ສະແດງຄວາມຫວັງວ່າ ການພົວພັນຮ່ວມມືດ້ານປ້ອງກັນຊາດ ມຽນມາ -ຫວຽດນາມ ຈະນັບມື້ນັບກ້າວເຂົ້າສູ່ລວງເລິກ, ນຳມາເຊິ່ງປະສິດທິຜົນແທດຈິງກ່ວາໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ