ຮອງນາຍົກລັດຖະມົນຕີຟ້າມບິ່ງມິງພົບປະກັບລັດຖະມົນຕີວ່າການກະຊວງການຕ່າງປະເທດEstoniaແລະRumani
ທ່ານຮອງນາຍົກລັດຖະມົນຕີ, ຟ້າມບິ່ງມິງ
ພົບປະກັບລັດຖະມົນຕີວ່າການກະຊວງການຕ່າງປະເທດ Rumani
(ພາບ: TTXVN)
(vovworld) – ໃນຂອບເຂດບັນດາການເຄື່ອນໄຫວຂອງຄະນະຜູ້ແທນຂັ້ນສູງຫວຽດນາມ, ທີ່ນິວຢອກ, ປະເທດອາເມລິກາ. ວັນທີ 26/09 (ຕາມເວລານິວຢອກ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ມີການພົບປະກັບລັດຖະມົນຕີວ່າການກະຊວງການຕ່າງປະເທດ Estonia ແລະ Rumani.
ທີ່ການພົບປະກັບທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ Estonia, Marina Kaljurand, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມິງ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ກະຊວງການຕ່າງປະເທດ 2 ປະເທດຈະເພີ່ມທະວີການສົມທົບກັນຢ່າງແຮງ. ສ່ວນທ່ານ Marina Kaljurand ໄດ້ເຫັນດີຕໍ່ທັດສະນະຂອງຫວຽດນາມ ແລະ ອາຊຽນ ກ່ຽວກັບການແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລເມື່ອປີ 1982, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC), ຊຸກຍູ້ບັນລຸໄດ້ປະມວນຂໍ້ກຳນົດການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC) ຢ່າງເຂັ້ມງວດ ແລະ ຄົບຖ້ວນ.
ທີ່ການພົບປະກັບທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ Rumani, Bogdan Lucian Aurescu, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະເໜີໃຫ້ Rumani ຮັບຮອງກົນໄກການຕະຫຼາດສຳລັບຫວຽດນາມ, ຊຸກຍູ້ບັນດາປະເທດສະຫະພາບເອີລົບ (EU) ໃຫ້ສັດຕະຍາບັນສັນຍາການຄ້າເສລີຫວຽດນາມ - EU ໂດຍໄວ. 2 ຝ່າຍກໍແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີເລື່ອງແບ່ງປັນບົດຮຽນແກ້ໄຂການຂັດແຍ້ງກັນບົນທະເລໂດຍສັນຕິວິທີ…