ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ແລະ ຜູ້ຕາງໜ້າການຄ້າ
ອາເມລິກາ Micheal Froman
(ພາບ: VGP/Hải Minh)
|
(vovworld) –ໂດຍນອກໃນຂອບເຂດການເຄື່ອນໄຫວຂອງຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບີ່ງມິງ ນຳໜ້າທີ່ເວທີປາໄສເສດຖະກິດໂລກ (WEF) ຄັ້ງທີ 45 ຢູ່ Davos (ປະເທດສະວິດ), ໃນວັນທີ 23/1, ທ່ານລັດຖະມົນຕີວ່າການກະຊວງກະສີກຳ ແລະ ພັດທະນາຊົນນະບົດ ກາວດຶກຟາດ ພ້ອມກັບພະນັກງານບາງທ່ານຂອງຂະແໜງໄດ້ເຂົ້າຮ່ວມກອງປະຊຸມ ສົນທະນາຂັ້ນສູງຂອງວາລະປະຊຸມ “ໂຄງການດຳເນີນງານຄ້ຳປະກັນດ້ານສະບຽງອາຫານທົ່ວໂລກ”. ວາລະປະຊຸມໄດ້ດຶງດູດການນຳ 300 ອົງການ ແລະ ປະເທດໃນໂລກ ກ່ວາ 1.000 ທ່ານເຂົ້າຮ່ວມ, ໃນນັ້ນມີ ຫວຽດນາມ. ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານລັດຖະມົນຕີວ່າການ ກາວດຶກຟາດ, ເຕື້ອງເຖິງເລື່ອງພັດທະນາຂະແໜງກະສີກຳ ຫວຽດນາມ ຂະຫຍັນຂັນເຄື່ອນ ແລະ ໝັ້ນຄົງ. ບັນດາການນຳກໍ່ໄດ້ແລກປ່ຽນ, ຖອດຖອນບົດຮຽນກ່ຽວກັບບັນດາໂຄງການ ແລະ ໃຫ້ບຸລິມະສິດເຄື່ອນໄຫວໃນອະນາຄົດ.
ກ່ອນໜ້ານັ້ນ, ກໍ່ໃນວັນທີ 23/1, ພ້ອມກັບບັນດາການເຄື່ອນໄຫວພົບປະ 2 ຝ່າຍຢູ່ນອກກອງປະຊຸມປະຈຳປີ 2015 ຂອງເວທີປາໄສເສດຖະກິດໂລກ (WEF DOVOS 2015), ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລືສຳຄັນຂອງກອງປະຊຸມຈຳນວນໜຶ່ງ.
ຕອນບ່າຍວັນທີ 22/1, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບີ່ງມິງ ໄດ້ພົບປະ 2 ຝ່າຍກັບພະມະເຫສີໂຮນລັງ Maxima, ທູດພິເສດຂອງເລຂາທິການໃຫຍ່ ສປຊ ກ່ຽວກັບດ້ານການເງິນລວມ, ຜູ້ຕາງໜ້າການຄ້າ ອາເມລິກາ Micheal Froman, ຮອງນາຍົກລັດຖະມົນຕີ ໄທ. ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ໄດ້ໃຫ້ການຕ້ອນຮັບຜູ້ອຳນວຍການໃຫຍ່ການເງິນບໍລິສັດ Heineken Hooft Graafland, ປະທານບໍລິສັດ UPS ອາເມລິກາ. ບັນດາວິສາຫະກິດ ຕີລາຄາສູງຄວາມສາມາດບົ່ມຊ້ອນຂອງຕະຫຼາດ ຫວຽດນາມ, ພິເສດແມ່ນເມື່ອ ຫວຽດນາມ ກະກຽມສິ້ນສຸດການເຈລະຈາສັນຍາການຄ້າເສລີຄື: ສັນຍາການຄ້າຂ້າມປາຊີຟິກ (TPP), ສັນຍາການຄ້າເສລີກັບສະຫະພາບ ເອີລົບ (EU), ປາດຖະໜາຢາກໃຫ້ລັດຖະບານ ຫວຽດນາມ ສ້າງເງື່ອນໄຂສະດວກເພື່ອເປີດກ້ວາງການລົງທຶນ ແລະ ດຳເນີນທຸລະກິດຍາວນານຢູ່ ຫວຽດນາມ.