ຮອງນາຍົກລັດຖະມົນຕີ,ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມຟ້າມບີ່ງມີງຢ້ຽມຢາມໄທ
ທ່ານຮອງນາຍົກລັດຖະມົນຕີໄທ ທະນະສັກ ປະຕິມາ ປຣະກອນ
ຕ້ອນຮັບ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບີ່ງມີງ
(ພາບ: TTXVN)
(vovworld) – ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ໄທ ໃນລະຫວ່າງວັນທີ 24-26/5/2015 ຕາມຄຳເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄທ ທະນະສັກ ປະຕິມາ ປຣະກອນ ເພື່ອກະກຽມໃຫ້ກອງປະຊຸມຄັ້ງທີ 3 ລະຫວ່າງລັດຖະບານ 2 ປະເທດ. ວັນທີ 25/5/2015, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ຟ້າມບີ່ງມີງ ໄດ້ມີການເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄທ. 2 ຝ່າຍເຫັນດີເປັນເອກະສັນສົມທົບກັນຊີ້ນຳນຳພາການປະຕິບັດໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດໄລຍະ
2014-2018 ເຊິ່ງໄດ້ຮັບການລົງນາມໃນໂອກາດຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ໄທ ເມື່ອເດືອນ 11/2014 ແລະ ບັນດາໝາກຜົນຂອງກອງປະຊຸມຄັ້ງທີ 2 ຄະນະກຳມະການປະສົມ ກ່ຽວກັບການຮ່ວມມື 2 ຝ່າຍ ຫວຽດນາມ-ໄທ ເຊິ່ງໄດ້ຮັບການຈັດຕັ້ງຢູ່ ຮ່າໂນ້ຍ (19-21/3/2015). 2 ຝ່າຍກໍເຫັນດີຍູ້ແຮງການພົວພັນຮ່ວມມື ລະຫວ່າງ 2 ປະເທດໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມຕໍ່ຄົມມະນາຄົມຂົນສົ່ງ ແລະ ການທ່ອງທ່ຽວມຸ່ງໄປເຖິງການສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ໄທ ໃນປີ 2016 ກ່ວາອີກ. ນາຍົກລັດຖະມົນຕີທັງ 2 ທ່ານ ກໍແລກປ່ຽນ ກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີເລື່ອງສ້າງຕັ້ງປະຊາຄົມ ອາຊຽນ ແລະ ສະພາບການຢູ່ທະເລຕາເວັນອອກ.