ທ່ານ ຫວູດຶກດາມ ກ່າວຄຳເຫັນທີ່ພິທີ
|
(vovworld) – ຕອນເຊົ້າວັນທີ 23/12, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ໄດ້ສະຫລຸບວຽກງານການເຄື່ອນໄຫວປີ 2016 ແລະ ຜັນຂະຫຍາຍໜ້າທີປີ 2017. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຢັ້ງຢືນວ່າ: ໃນປີຜ່ານມາ, ຂະແໜງຖະແຫຼງຂ່າວ ແລະ ສື່ມວນຊົນໄດ້ເສີມຂະຫຍາຍເປັນເຈົ້າການໃນບົດບາດປະຈັນບານ, ພິເສດແມ່ນວຽກງານຄຸ້ມຄອງສື່ສານ ມີບັນດາບາດກ້າວໃຫຍ່ຫຼວງໃນບົດບາດກຳນົດທິດຫາງສຽງສັງຄົມ. ສະເພາະຂົງເຂດເຕັກໂນໂລຢີ ຂໍ້ມູນຂ່າວສານ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຊີ້ແຈ້ງວ່າ:
“ກ່ອນນີ້ໂທລະຄົມພື່ອຜົນປະໂຫຍດສາທາລະນະພຽງມີໂທລະສັບ ເທົ່ານັ້ນ, ປະຈຸບັນ ຕ້ອງແມ່ນໂທລະຄົມຄວາມໄວສູງ ແລະ ພວກເຮົາຕ້ອງພັດທະນາລັດຖະບານເອກເລັກໂຕນິກ. ລັດຖະບານຕ້ອງມີສານໃຫມ່, ນາຍົກລັດຖະມົນຕີມີສານໃໝ່, ກະຊວງຖະແຫຼງຂ່າວ ແລະ ສື່ສານຕ້ອງເຮັດແນວໃດເພື່ອມີການເຄື່ອນໄຫວເໝາະສົມ ແລະ ໜູນຊ່ວຍປະຕິບັດສານນັ້ນໃຫ້ໄດ້”