ຮອງນາຍົກລັດຖະມົນຕີຫວູດຶກດາມເຂົ້າຮ່ວມກອງປະຊຸມສຳມະນາສາກົນຫວຽດນາມວິທະຍາຄັ້ງທີ 5
(ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ພິທີ)
(vovworld) - ຕອນເຊົ້າວັນທີ 15/12, ຢູ່ຮ່າໂນ້ຍ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ໄດ້ຈັດກອງປະຊຸມສຳມະນາສາກົນ ຫວຽດນາມ ວິທະຍາຄັ້ງທີ 5, ດ້ວຍຫົວຂໍ້ “ພັດທະນາແບບຍືນຍົງໃນສະພາບໂລກາພິວັດ”. ເຂົ້າຮ່ວມວາລະໄຂມີຜູ້ແທນຢູ່ພາຍໃນ ແລະ ຕ່າງປະເທດເກືອບ 2.500 ຄົນ. ກ່າວຄຳເຫັນທີ່ພິທີໄຂ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຮັບຮູ້ບັນດານັກວິທະຍາສາດຢູ່ພາຍໃນ ແລະ ຕ່າງປະເທດໄດ້ມີບັນດາການຄົ້ນຄວ້າກ່ຽວກັບຫວຽດນາມ ແລະ ຢືນຢັນບັນດາການສະເໜີແນະກ່ຽວກັບຫວຽດນາມ ວິທະຍາ, ຊ່ວຍໃຫ້ບັນດານັກວາງແຜນນະໂຍບາຍມີພື້ນຖານວິທະສາຍາດສຳຄັນ ໃນວິວັດການສ້າງສາ ແລະ ພັດທະນາປະເທດຊາດ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ.
“ການພັດທະນາຢ່າງວ່ອງໄວ, ສິ່ງສຳຄັນທີ່ສຸດແມ່ນເອົາໃຈໃສ່ເຖິງທຸກປັດໃຈຮັບປະກັນການພັດທະນາແບບຍືນຍົງ. ເພື່ອໃຫ້ຫວຽດນາມ ເຖິງວ່າບໍ່ມີຄວາມຮັ່ງມີທາງດ້ານວັດຖຸເທົ່າກັບຫຼາຍພື້ນຖານເສດຖະກິດອື່ນ, ແຕ່ມີຄວາມຮັ່ງມີທາງດ້ານວັດທະນະທຳ, ແມ່ນແຫ່ງທີ່ປະຊາຊົນມີຄວາມຜາສຸກ, ແມ່ນແຫ່ງທີ່ຫຼາຍຄົນຢາກດຳລົງຊີວິດ. ເພື່ອເຮັດໄດ້ບັນດາວຽກງານນັ້ນ, ຕ້ອງມີບັນດາຫຼັກຖານດ້ານວິທະຍາສາດ, ບັນດາການຕີລາຄາຄຳສະເໜີແນະມີລັກສະນະວິທະສາດຍາດຂອງບັນດານັກວິທະຍາສາດ. ບັນດາບັນຫາມີລັກສະນະຍາວນານ ແລະ ເຄີຍໄດ້ຮັບການເຕື້ອງເຖິງມາແຕ່ດົນນານແລ້ວຄື: ການພົບປະແລກປ່ຽນວັດທະນະທຳ, ການພົວພັນກັນຕ່າງປະເທດ, ພ້ອມທັງບັນດາບັນຫາມີລັກສະນະການເມືອງຄື: ການປ່ຽນແປງຂອງດິນຟ້າອາກາດ, ວິທະທະຍາສາດເຕັກໂນໂລຊີ ເຊິ່ງບັນດານັກວິທະສາຍາດປຶກສາຫາລືຍົກອອກມາຫຼາຍຂໍ້ສະເໜີແນະທີ່ມີຜົນປະໂຫຍດ, ແທດຈິງໃນວຽກງານວາງແຜນຜັງ ແລະ ຈັດຕັ້ງນະໂຍບາຍໃຫ້ແກ່ຫວຽດນາມ.”