ຮອງນາຍົກລັດຖະມົນຕີເຈືອງຮ່ວາບິ່ງຢ້ຽມຢາມແລະເຮັດວຽກຢູ່ແຂວງທ໋າຍບິ່ງ

(VOVWORLD) -ວັນທີ 21 ທັນວາ, ຄະນະປະຕິບັດງານນຳໂດຍທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ເປັນຫົວໜ້າຄະນະ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບການນຳຫຼັກແຫຼ່ງແຂວງທ໋າຍບິ່ງ.

ຮອງນາຍົກລັດຖະມົນຕີເຈືອງຮ່ວາບິ່ງຢ້ຽມຢາມແລະເຮັດວຽກຢູ່ແຂວງທ໋າຍບິ່ງ - ảnh 1 ທ່ານຮອງນາຍົກລັດຖະມົນຕີເຈືອງຮ່ວາບິ່ງຢ້ຽມຢາມແລະເຮັດວຽກຢູ່ແຂວງທ໋າຍບິ່ງ

(ພາບ:baochinhphu.vn)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ສະເໜີໃຫ້ແຂວງ ທ໋າຍບິ່ງ ວາງອອກບັນດາໜ້າທີ່, ມາດຕະການແກ້ໄຂລະອຽດ ເພື່ອປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2018 ຢ່າງມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ສະເໜີໃຫ້ແຂວງທ໋າຍບິ່ງ ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຍົກສູງກຳລັງແກ່ງແຍ້ງ, ປັບປຸງ, ເພີ່ມເຕີ່ມບັນດາກົນໄກນະໂຍບາຍຢ່າງທັນການ ເພື່ອສ້າງກຳລັງແຮງຢ່າງພຽງພໍ ແລະ ຄວາມເປັນໄປໄດ້, ດຶງດູດບັນດາວິສາຫະກິດເຂົ້າມາລົງທຶນ, ຜະລິດໃນໄລຍະຍາວ, ມີປະສິດທິຜົນໃນບໍລິເວນແຂວງ.

        ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ພ້ອມກັບຄະນະປະຕິບັດງານໄດ້ໄປຢ້ຽມຢາມບໍລິສັດບາງແຫ່ງຢູ່ເມືອງດົງຮືງ, ແຂວງທ໋າຍບິ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ