(vovworld) - ຕອນບ່າຍວັນທີ 05/01, ຢູ່ຫາຍຟ່ອງ, ໄດ້ດຳເນີນກອງປະຊຸມຄັ້ງທີ 9 ຄະນະບໍລິຫານງານສະຫະພັນໃຫຍ່ແຮງງານຫວຽດນາມ, ຊຸດທີ 6. ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ໄດ້ຮັບຮູ້ ແລະ ຕີລາຄາສູງບັນດາໝາກຜົນ ແລະ ຜົນງານທີ່ໃຫຍ່ຫຼວງ ເຊິ່ງຊົນຊັ້ນກຳມະກອນ ແລະ ອົງການຈັດຕັ້ງກຳມະບານໃນທົ່ວປະເທດບັນລຸໄດ້ໃນໄລຍະຜ່ານມາ. ໃນໄລຍະຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ສະເໜິວ່າ.
“ກຳມະບານຕາງໜ້າໃຫ້ຄົນງານ, ເບິ່ງແຍງ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຄົນງານ. ສະນັ້ນ, ກຳມະບານຕ້ອງນຳໜ້າໃນການເຕົ້າໂຮມ ແລະ ເບິ່ງແຍງສິດຜົນປະໂຫຍດ, ຈັດຕັ້ງບັນດາຂະບວນການເຄື່ອນໄຫວປະຕິບັດ ສືບຕໍ່ເປັນເຈົ້າການ, ສົມທົບກັບລັດຖະບານ, ບັນດາກະຊວງ, ຂະແໜງການປະຕິບັດໜ້າທີ່ຮັບປະກັນຊີວິດສັງຄົມ, ແກ້ໄຂບັນດາຄວາມເຄັ່ງຮ້ອນໃນກຳມະກອນຜູ້ອອກແຮງງານ…”