ທ່ານ Sigmar Gabiel ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີ
ວ່າການກະຊວງເສດຖະກິດ ແລະ ພະລັງງານ ເຢຍລະມັນ
(ພາບ: sigmalive.com)
(vovworld) - ໃນລະຫວ່າງວັນທີ 06 – 08/01, ທ່ານ Sigmar Gabiel ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີວ່າການກະຊວງເສດຖະກິດ ແລະ ພະລັງງານ ເຢຍລະມັນ ໄປຢ້ຽມຢາມ ກູຍບາ ເພື່ອປຶກສາຫາລືກັບວົງການເຈົ້າໜ້າທີ່ປະເທດນີ້ ກ່ຽວກັບກາລະໂອກາດທຳມາຫາກິນໃໝ່ ພາຍຫລັງ ລາ ຮາວານາ ແລະ ວໍຊິງຕັນ ສ້າງຕັ້ງການພົວພັນທາງການທູດຄືນໃໝ່ ພາຍຫລັງເກືອບ 5 ທົດສະວັດທີ່ຢຸດສະງັກນີ້ແມ່ນຄັ້ງທຳອິດ ທີ່ລັດຖະມົນຕີກະຊວງເສດຖະກິດ ເຢຍລະມັນ ຢ້ຽມຢາມ ກູຍບາ ໃນ 15 ປີຜ່ານມາ. ໃນໄລຍະຢ້ຽມຢາມ ກູຍບາ, ທ່ານ Sigmar Gabiel ຈະພົບປະກັບລັດຖະມົນຕີ ກູຍບາ ບາງທ່ານ ແລະ ເຂົ້າຮ່ວມເວທີປາໄສວິສາຫະກິດ ເຢຍລະມັນ - ກູຍບາ. ທ່ານ Martin Wansleben ຫົວໜ້າຫ້ອງວ່າການການຄ້າ ແລະ ອຸດສາຫະກຳ ເຢຍລະມັນ (DIHK) ຖືວ່າ: ການຢ້ຽມຢາມຂອງທ່ານ Sigmar Gabiel ຮອງນາຍົກລັດຖະມົນຕີ ແມ່ນສັນຍານສຳຄັນສະແດງໃຫ້ເຫັນວ່າ ກູຍບາ ພວມນັບມື້ນັບກາຍເປັນຈຸກນັດພົບທີ່ດູດດຶ່ມດ້ານການຄ້າ ແລະ ການລົງທຶນຂອງບັນດາວິສາຫະກິດ ເຢຍລະມັນ.
ປະຈຸບັນ, ມີວິສາຫະກິດ ເຢຍລະມັນ ພຽງປະມານ 50 ແຫ່ງພວມຊອກຮູ້, ເຄື່ອນໄຫວຢູ່ ກູຍບາ ແລະ ວົງເງິນການຄ້າລະຫວ່າງ ກູຍບາ - ເຢຍລະມັນ ໃນປີ 2014 ພຽງແຕ່ບັນລຸໄດ້ 224 ລ້ານ ເອີໂຣ ເທົ່ານັ້ນ ແລະ ໃນບັນຊີລາຍຊື່ບັນດາປະເທດສົ່ງອອກສິນຄ້າໄປຍັງ ເຢຍລະມັນ, ກູຍບາ ຢືນອັນດັບທີ 101.