(vovworld) – ຕອນບ່າຍວັນທີ 9/7, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນທ້ຽນເຍີນ ໄດ້ໃຫ້ການຕ້ອນຮັບທ່ານຮອງລັດຖະມົນຕີກະຊວງ ສື່ສານ ກູຍບາ Wilfredo Gonzales Vidal ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ເນັ້ນໜັກເຖິງການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ກູຍບາ ທີ່ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແມ່ນພະຍາຍຫຼັກຖານທີ່ມີຊີວິດຊີວາຂອງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານເຊິ່ງລັດຖະບານ ແລະ ປະຊາຊົນ 2 ປະເທດໄດ້ເພີ່ມພູນຄູນສ້າງ. ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ: ຍາມໃດ ລັດຖະບານ ແລະ ປະຊາຊົນ ຫວຽດນາມ ກໍ່ສະຫງວນອາລົມຈິດອັນສະໜິດສະໜົມ ແລະ ອົບອຸ່ນໃຫ້ແກ່ປະຊາຊົນ ກູຍບາ. ປະຊາຊົນ 2 ປະເທດຄວນສືບຕໍ່ຮັກສາ, ປົກປັກຮັກສາ ແລະ ເສີມຂະຫຍາຍນ້ຳໃຈມິດຕະພາບ, ຄວາມສາມັກຄີທີ່ເປັນມູນເຊື້ອ ແລະ ຄວາມສະໜິດຕິດພັນລະຫວ່າງ 2 ປະເທດ ຢ່າງບໍ່ຢຸດຢັ້ງ.
ສ່ວນທ່ານຮອງລັດຖະມົນຕີກະຊວງ ສື່ສານ ກູຍບາ Wilfredo Gonzales Vidal ໃຫ້ຮູ້ວ່າ: ກູຍບາ ໄດ້ຖອດຖອນເອົາບົດຮຽນຫຼາຍຢ່າງກ່ຽວກັບການພັດທະນາເຕັກໂນໂລຢີຂໍ້ມູນຂ່າວສານຂອງ ຫວຽດນາມ, ພິເສດແມ່ນກົດໝາຍວ່າດ້ວຍເຕັກໂນໂລຢີຂໍ້ມູນຂ່າວສານມີປະໂຫຍດທີ່ສຸດໃຫ້ແກ່ ກູຍບາ ໃນວິວັດການຈັດຕັ້ງ ແລະ ກໍ່ສ້າງລະບົບເຕັກໂນໂລຢີຂໍ້ມູນຂ່າວສານໃນໄລຍະຈະມາເຖິງ.