ຮອງນາຍົກລັດຖະມົນຕີ Hoang Trung Hai ພົບປະກັບຮອງນາຍົກລັດຖະມົນຕີ ຈີນ
ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai
ພົບປະແລກປ່ຽນຄຳເຫັນກັບ
ທ່ານຮອງນາຍົກລັດຖະມົນຕີ ຈີນ ຫລີເກຢັງ
ພາບ: chinhphu.vn
|
(vovworld) - ຕອນບ່າຍວັນທີ 31/3, ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສ ປົວຢາວປີ 2012 ຖືກຈັດຂຶ້ນແຕ່ວັນທີ 1-3/4 ຢູ່ໄຮ່ໜານ ປະເທດ ຈີນ, ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ໄດ້ມີການພົບປະກັບທ່ານຮອງນາຍົກລັດຖະມົນຕີ ຈີນ ຫລີເກຢັງ. ທ່ານຮອງນາຍົກລັດຖະມົນຕີ ຈີນ ໄດ້ຊົມເຊີຍ ແລະ ຕີລາຄາສູງເລື່ອງທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ນຳຫນ້າຄະນະຜູ້ແທນລັດຖະບານ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ປົວຢາວປີ 2012 ແລະ ຖືວ່າ: ນີ້ແມ່ນການເຄື່ອນໄຫວສຳຄັນສະແດງໃຫ້ເຫັນວ່າ: ລັດຖະບານຫວຽດນາມ ຖືການຊຸກຍູ້ການຮ່ວມມືເສດຖະກິດພາກພື້ນເວົ້າລວມ ແລະ ການພົວພັນຮ່ວມມືເສດຖະກິດການຄ້າ ຫວຽດນາມ ຈີນ ເວົ້າສະເພາະ ເປັນສຳຄັນ. ທ່ານຮອງນາຍົກລັດຖະມົນຕີ ຈີນ ຫລີເກຢັງ ຢືນຢັນວ່າ : ລັດຖະບານ ຈີນ ຖືການພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ ແລະ ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດກັບ ຫວຽດນາມ ໃນທຸກຂົງເຂດເປັນສຳຄັນ.
ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ແລະ ທ່ານຮອງນາຍົກລັດຖະມົນຕີ ຫລີເກຢັງ ເຫັນດີສືບຕໍ່ຮັກສາບັນດາການຢ້ຽມຢາມ ແລະ ພົບປະຂັ້ນສູງ.
ກ່ຽວກັບບັນຫາບົນທະເລ, ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ເນັ້ນຫນັກວ່າ ສອງຝ່າຍຄວນປະຕິບັດຢ່າງເຂັ້ມງວດຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ ແລະ ຂໍ້ຕົກລົງບັນດາຫລັກການພື້ນຖານຊີ້ນຳການແກ້ໄຂບັນຫາບົນທະເລ ລະຫວ່າງ ຫວຽດນາມ ແລະ ຈີນ ໃຫ້ສົມເຫດສົມຜົນ.