ຮອງນາຍົກລັດຖະມົນ ຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບເຈົ້າແຂວງໆຫົວພັນ
(ທ່ານຮອງນາຍົກລັດຖະມົນຫວຽດນາມ ຫງວຽນຊວນຟຸກ
ຕ້ອນຮັບທ່ານ ຄຳຮຸ່ງ ເຮືອງວົງສີ ເລຂາພັກແຂວງ, ເຈົ້າແຂວງໆຫົວພັນ)
(vovworld)- ຕອນບ່າຍວັນທີ 17/8, ທ່ານຮອງນາຍົກລັດຖະມົນຫວຽດນາມ ຫງວຽນຊວນຟຸກ ປະທານຄະນະກຳມາທິການລະຫວ່າງລັດຖະບານຫວຽດນາມ - ລາວ ໄດ້ໃຫ້ການຕ້ອນຮັບທ່ານ ຄຳຮຸ່ງ ເຮືອງວົງສີ ເລຂາພັກແຂວງ, ເຈົ້າແຂວງໆຫົວພັນ ເຂົ້າຢ້ຽມຄຳນັບ. ທ່ານຮອງນາຍົກລັດຖະມົນຫວຽດນາມ ຫງວຽນຊວນຟຸກ ປະທານຄະນະກຳມາທິການລະຫວ່າງລັດຖະບານຫວຽດນາມ - ລາວ ໃຫ້ຮູ້ວ່າ : ໃນໄລຍະທີ່ຈະມາເຖິງ, ລັດຖະບານຫວຽດນາມຈະສືບຕໍ່ໃຫ້ການຊ່ວຍເຫຼືອລາວ ນັບທັງແຫຼ່ງທຶນພັດທະນາເສດຖະກິດສັງຄົມ ແລະ ຈຳນວນນັກຮຽນນັກສຶກສາ. ທ່ານຮອງນາຍົກລັດຖະມົນຫວຽດນາມ ຫງວຽນຊວນຟຸກ ປະທານຄະນະກຳມາທິການລະຫວ່າງລັດຖະບານຫວຽດນາມ - ລາວ ສະເໜີແຂວງ ຫົວພັນຈົ່ງສົມທົບຢ່າງແໜ້ນແຟ້ນກັບ 2 ຄະນະກຳມາທິການຫວຽດນາມ-ລາວ, ລາວ-ຫວຽດນາມ, ແລກປ່ຽນກັບບັນດາອົງການສຳນັກງານທີ່ກ່ຽວຂ້ອງເປັນປະຈຳ ເພື່ອຊຸກຍູ້ການຮ່ວມມືລະຫວ່າງ 2 ຝ່າຍໃຫ້ດີຍິ່ງໆຂຶ້ນ.