ການຕ້ອນຮັບຖືກຈັດຂຶ້ນຢູ່ສຳນັກງານສະພາແຫ່ງຊາດ
|
(vovworld) – ວັນທີ 15/12, ທີ່ສຳນັກງານສະພາແຫ່ງຊາດ, ທ່ານ ອວງຈູລືວ, ຮອງປະທານສະພາແຫ່ງຊາດ ໄດ້ພົບປະກັບຄະນະຜູ້ແທນນັກຮົບເກົ່າດີເດັ່ນທົ່ວປະເທດມາ ຮ່າໂນ້ຍ ເຂົ້າຮ່ວມລາຍການພົບປະແລກປ່ຽນສະແດງສິລະປະ “ນ້ຳໃຈຜູ້ຮ່ວມກົມກອງ”. ນະທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ຢັ້ງຢືນວ່າ: ໃນຊຸມປີຜ່ານມາ, ວຽກງານເບິ່ງແຍງດູແລນັກຮົບເສຍອົງຄະ, ທະຫານເຈັບປວຍ, ນັກຮົບເກົ່າ ແລະ ຄອບຄົວນະໂຍບາຍໂດຍພັກ, ລັດ, ອຳນາດການປົກຄອງທຸກຂັ້ນເອົາໃຈໃສ່ເປັນພິເສດ, ຈັດຕັ້ງປະຕິບັດຢ່າງທັນການ, ມີປະສິດທິຜົນ. ສຳລັບສະມາຄົມນັກຮົບເກົ່າ ຫວຽດນາມ ເຊິ່ງແມ່ນຫົວໜ່ວຍເຄື່ອນໄຫວເພື່ອສິດຜົນປະໂຫຍດຂອງບັນດານັກຮົບເກົ່າ, ຜູ້ມີຄຸນງາມຄວາມດີ, ທ່ານຮອງປະທານສະພາແຫ່ງຊາດ ສະເໜີວ່າ ຄວນສືບຕໍ່ບັນດາການເຄື່ອນໄຫວເບິ່ງແຍງດູແລຊີວິດທາງດ້ານວັດຖຸ, ຈິດໃຈໃຫ້ສະມາຊິກສະມາຄົມ, ປະຕິບັດສຳເລັດບັນດາຄາດໝາຍຫລຸດຜ່ອນຄວາມທຸກຍາກເຊິ່ງສະມາຄົມໄດ້ວາງອອກ. ທ່ານຮອງປະທານສະພາແຫ່ງຊາດເຊື່ອໝັ້ນວ່າ ບັນດານັກຮົບເກົ່າ ຈະສືບຕໍ່ສຸມຈິດສຸມໃຈໃນການເບິ່ງແຍງດູແລສຶກສາອົບຮົມລຸ້ນໜຸ່ມໃຫ້ມີຄວາມ, ສາມັກຄີ, ຕໍ່ສູ້ປ້ອງກັນ, ຕ້ານບັນດາປະກົດການຫຍໍ້ທໍ້ໃນສັງຄົມ.