ຮ່າຕິ້ງ: ພິທີໄຫວ້ອາໄລ, ປົງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ
ພິທີໄຫວອາໄລ, ປົງອັດຖິທະຫານອາສາສະໝັກ
ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ
(ພາບ: TTXVN)
(vovworld) – ຕອນເຊົ້າວັນທີ 13/05, ຢູ່ເຂດສຸສານທະຫານເສຍສະຫຼະຊີວິດເພື່ອຊາດ ເນີມ, ເມືອງເຮືອງເຊີນ, ແຂວງຮ່າຕິ້ງ ໄດ້ຈັດພິທີໄຫວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ 9 ຊຸດທີ່ເສຍສະຫຼະຊີວິດຢູ່ ລາວ. ລະດູແລ້ງປີ 2013 – 2014, ກອງທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ - ກອງບັນຊາການທະຫານຮ່າຕິ້ງ ໄດ້ສືບຕໍ່ຜັນຂະຫຍາຍການຊອກຫາໃນບໍລິເວັນບັນດາເມືອງຄື: ບໍລິຄັນ, ປາກຊັນ, ວຽງທອງ, ຄຳເກີດ ຂອງແຂວງບໍລິຄຳໄຊ ແລະ ນະຄອນຫຼວງວຽງຈັນ ແລະ ໄດ້ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດຢູ່ແຂວງບໍລິຄຳໄຊໄດ້ 9 ຊຸດ. ບັນດາອັດຖິທະຫານເສຍສະຫຼະຊີວິດເພື່ອຊາດລ້ວນແຕ່ຍັງບໍ່ທັນກຳນົດໄດ້ຊື່, ອາຍຸ, ທີ່ຢູ່, ພຽງແຕ່ມີຂໍ້ມູນຂອງປະຊາຊົນແມ່ນມີທະຫານເສຍສະຫຼະຊີວິດເພື່ອຊາດມີຊື່ວ່າ ເລືອງ ຢູ່ກອງພັນນ້ອຍ 44 ຮ່າຕິ້ງ ແລະ ອີກຄົນໜຶ່ງມີຊື່ ຕ໋ຽດ… ຕາມກອງບັນຊາການທະຫານແຂວງຮ່າຕິ້ງ, ແຕ່ປີ 1999 ມາຮອດປະຈຸບັນ, ກອງບັນຊາການທະຫານ ໄດ້ສົມທົບກັບຄະນະປະຕິບັດງານພິເສດຂອງປະເທດລາວ ຊອກຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດໄດ້ 694 ຊຸດ.