ເກຼັກ ຮັບຊາວອົບພະຍົບເຂົ້າມາໃນເກາະແຫ່ງຕ່າງໆເກີນກຳນົດ

(VOVWORLD) -  ບັນດາເຈົ້າໜ້າທີ່ ເກຼັກ ຕ້ອງປະຕິບັດບັນດາບາດກ້າວຮີບດ່ວນເພື່ອແກ້ໄຂສະພາບການມະນຸດສະທຳໃຫ້ແກ່ຊາວອົບພະຍົບໃນເກາະ Samos ແລະ Lesvos ຂອງປະເທດນີ້ປະມານ 11.000 ຄົນ.
ເກຼັກ ຮັບຊາວອົບພະຍົບເຂົ້າມາໃນເກາະແຫ່ງຕ່າງໆເກີນກຳນົດ - ảnh 1 (ພາບປະກອບຈາກ:

AFP/TTXVN)

ຂ້າຫຼວງໃຫຍ່ສະຫະປະຊາຊາດກ່ຽວກັບຊາວອົບພະຍົບ (UNHCR) ໃຫ້ຮູ້ວ່າ: ບັນດາເຈົ້າໜ້າທີ່ ເກຼັກ ຕ້ອງປະຕິບັດບັນດາບາດກ້າວຮີບດ່ວນເພື່ອແກ້ໄຂສະພາບການມະນຸດສະທຳໃຫ້ແກ່ຊາວອົບພະຍົບໃນເກາະ Samos ແລະ Lesvos ຂອງປະເທດນີ້ປະມານ 11.000 ຄົນ. ອົງການຊາວອົບພະຍົບ ສປຊ ຮຽກຮ້ອງຕ້ອງມີມາດຕະການຮີບດ່ວນເພື່ອຫລຸດຜ່ອນຄວາມເຄັ່ງຕຶງກ່ຽວກັບບ່ອນຢູ່ສຳລັບຊາວອົບພະຍົບໃນເກາະແຫ່ງຕ່າງໆຂອງ ເກຼັກ ເມື່ອລະດູໜາວພວມຫຍັບມໍ່ໃກ້ເຂົ້າມາ ແລະ ຈຳນວນຊາວອົບພະຍົບສືບຕໍ່ເພີ່ມຂຶ້ນ.         ຢູ່ເກາະ Samos, ເຊິ່ງເປັນສູນຮັບຊາວອົບພະຍົບອາດຈະຕອບສະໜອງໃຫ້ຊາວອົບພະຍົບໄດ້ 650 ຄົນ, ແຕ່ຮອດຈຸດເວລານີ້ຈຳນວນຊາວອົບພະຍົບຢູ່ນີ້ສູງທົບ 6 ເທົ່າ, ດ້ວຍປະມານ 4.000 ຄົນ. ໃນຂະນະນັ້ນ, ຢູ່ເກາະ Lesvos, ຈຳນວນຊາວອົບພະຍົບແມ່ນ 6.500 ຄົນ, ສູງທົບ 3 ເທົ່າເມື່ອທຽບໃສ່ຄວາມສາມາດຕອບສະໜອງຂອງສູນ, ເຮັດໃຫ້ຫຼາຍຄົນຕ້ອງອາໄສຢູ່ຕູບແຄມປ່າ.

ຕອບກັບ

ຂ່າວ/ບົດ​ອື່ນ