ເຂດອຸດສາຫະກຳຮ່ວມ Kaesong ຈະເປີດປະຕູຄືນໃຫມ່ໃນວັນທີ 16/9

ພາບປະກອບ:internet
|
(vovworld)- ວັນທີ 11/9, ສຳນັກຂ່າວສານ Yonhap ໄດ້ໃຫ້ຂ່າວວ່າ: ເຈົ້າຫນ້າທີ່ ສອງພາກເກົາຫລີ ໄດ້ເຫັນດີເປີດປະຕູເຂດອຸດສາຫະກຳ Kaesong ຄືນໃຫມ່ໃນວັນທີ 16/9. ຕາມຂໍ້ຕົກລົງແລ້ວ, ບັນດາວິສາຫະກິດ ສເກົາຫລີ ກັບຄືນເຂດອຸດສາຫະກຳ Kaesong ຈະຖືກຍົກເວັ້ນພາສີຮອດປີ 2013. ຂໍ້ຕົກລົງນີ້ກໍຮຽກຮ້ອງປຶກສາຫາລືກ່ຽວກັບການຊົດເຊີຍໃຫ້ແກ່ບັນດາບໍລິສັດ ສເກົາຫລີ ທີ່ຖືກຜົນສະທ້ອນຈາກການປິດປະຕູໃນເດືອນ 4 ຂະນະທີ່ຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ແຫລມເກົາຫລີ. ເຂດອຸດສາຫະກຳນີ້ໄດ້ຮັບຖືວ່າ ແມ່ນແຫລ່ງເງິນຕາຕ່າງປະເທດສຳຄັນໃຫ້ແກ່ ສປປ ເກົາຫລີ. ດ້ວຍກຳມະກອນ ສປປ ເກົາຫລີ 53.000 ຄົນເຮັດວຽກຢູ່ກວ່າ 120 ບໍລິສັດສເກົາຫລີ, ເຂດອຸດສາຫະກຳນີ້ໄດ້ນຳມາເຊິ່ງລາຍຮັບນັບຮ້ອຍລ້ານ USD ໃນແຕ່ລະປີ.