ພາບປະກອບ
(vovworld) – ວັນບຸນວັດທະນະທຳຊົນເຜົ່າຜູ້ໄທຄັ້ງທີໜຶ່ງ, ປີ 2014, ຢູ່ແຂວງລາຍເຈົາ ດ້ວຍຫົວຂໍ້ວ່າ: “ອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຊົນເຜົ່າຜູ້ໄທ ໃນໄລຍະເຊື່ອມໂຍງ ແລະ ພັດທະນາຂອງປະເທດຊາດ” ຖືກຈັດຕັ້ງຂຶ້ນໃນ 3 ມື້ແຕ່ວັນທີ 27 – 29/12. ວັນບຸນມີການເຂົ້າຮ່ວມຂອງບັນດາແຂວງຄື: ດ້ຽນບຽນ, ຮ່ວາບິ່ງ, ເຊີນລາ, ລາວກາຍ, ອຽນບ໋າຍ… ແລະ ບາງແຂວງຂອງປະເທດລາວ, ຈີນ. ວັນບຸນລວມມີບັນດາການເຄື່ອນໄຫວວັດທະນະທຳ, ສິລະປະມະຫາຊົນ, ສະແດງຊຸດອາພອນໄທ, ແນະນຳບັນດາງານບຸນ, ພິທີການ… ຂອງຊາວເຜົ່າຜູ້ໄທ, ພ້ອມກັບລາຍການທ່ອງທ່ຽວບັນດາສະຖານທີ່ທ່ອງທ່ຽວໃນບໍລິເວນແຂວງ ເຊີນລາ. ໃນຂອບເຂດຂອງວັນບຸນຍັງມີງານວາງສະແດງຕ່າງໆອີກດ້ວຍ.