ທ່ານ Serzh Sargsyan ປະທານາທິບໍດີ Armenia
ພາບປະກອບ:internet
|
(vovworld) - ໂດຍຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ, ທ່ານ Serzh Sargsyan ປະທານາທິບໍດີ ສາທາລະນະລັດ Armenia, ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 8 -9/6/2012. ການຢ້ຽມຢາມຂອງ ທ່ານ Serzh Sargsyan ດຳເນີນໄປໃນສະພາບການທີ່ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ Armenia ພັດທະນາຢ່າງຕັ້ງຫນ້າ ກົງກັບໂອກາດສອງປະເທດ ລະນຶກ 20 ປີ ແຫ່ງວັນສ້າງສາຍພົວພັນທາງການທູດ (14/7/1992 - 14/7/2012). ການຢ້ຽມຢາມຫວຽດນາມຄັ້ງນີ້ຂອງ ທ່ານ ປະທານາທິບໍດີ Serzh Sargsyan ແມ່ນເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືຫລາຍດ້ານລະຫວ່າງສອງປະເທດ, ຍູ້ແຮງການຮ່ວມມືດ້ານເສດຖະກິດ ການຄ້າ ແລະ ການຮ່ວມມືໃນບັນດາຂົງເຂດ ຊຶ່ງສອງຝ່າຍມີຄວາມສາມາດບົ່ມຊ້ອນ, ຄວາມຕ້ອງການ ແລະ ຜົນປະໂຫຍດ; ແລກປ່ຽນບາງບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.