ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ - ນອກແວ
(VOVWORLD) -ສອງຝ່າຍໄດ້ຕີລາຄາສູງຕໍ່ການພັດທະນະຂອງການພົວພັນລະຫວ່າງ ຫວຽດນາມ - ນອກແວໃນໄລຍະຜ່ານມາ ແລະ ເຫັນດີນຳກັນວ່າ ຄວນສືບຕໍ່ຮັກສາ ແລະ ຊຸກຍູ້ການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ພິເສດແມ່ນໃນຂົງເຂດລ້ຽງປູກສິນໃນນ້ຳ, ພະລັງງານສະອາດ, ການຄົ້ນຄວ້າວິທະຍາສາດທາງທະເລ, ປົກປັກຮັກສາສິ່ງແວດລ້ອມທະເລ….
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ (ພາບປະກອບ:TTXVN) |
ຕອນບ່າຍວັນທີ 4 ທັນວາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ແລະ ທ່ານນາງ Ine Marie Eriksen Soreide ລັດຖະມົນຕີການຕ່າງປະເທດ ນອກແວ ໄດ້ໂອ້ລົມສົນທະນາຜ່ານຮູບການທາງອອນລາຍ ກ່ຽວກັບການພົວພັນລະຫວ່າງສອງປະເທດ ແລະ ບັນດາກາລະໂອກາດຮ່ວມມືຢູ່ ສະພາຄວາມໝັ້ນຄົງ ສປຊ ໃນປີ 2021 ເມື່ອ ນອກແວ ເລີ່ມດຳລົງຕຳແໜ່ງເປັນ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ. ສອງຝ່າຍໄດ້ຕີລາຄາສູງຕໍ່ການພັດທະນະຂອງການພົວພັນລະຫວ່າງ ຫວຽດນາມ - ນອກແວໃນໄລຍະຜ່ານມາ ແລະ ເຫັນດີນຳກັນວ່າ ຄວນສືບຕໍ່ຮັກສາ ແລະ ຊຸກຍູ້ການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ພິເສດແມ່ນໃນຂົງເຂດລ້ຽງປູກສິນໃນນ້ຳ, ພະລັງງານສະອາດ, ການຄົ້ນຄວ້າວິທະຍາສາດທາງທະເລ, ປົກປັກຮັກສາສິ່ງແວດລ້ອມທະເລ…. ລັດຖະມົນຕີການຕ່າງປະເທດສອງທ່ານ ກໍຢັ້ງຢືນວ່າ ສອງຝ່າຍຈະສືບຕໍ່ຮັກສາ, ເພີ່ມທະວີບັນດາກົນໄກປຶກສາຫາລື ແລະ ແລກປ່ຽນຢ່າງເໝາະສົມ ເພື່ອແນໃສ່ແບ່ງປັນຂໍ້ມູນຂ່າວສານ, ທັດສະນະ, ຊອກຫາສຽງເວົ້າລວມ ແລະ ຊຸກຍູ້ຄວາມເຫັນດີເຫັນພ້ອມໃນການແກ້ໄຂບັນດາບັນຫາໃນໂຄງການດຳເນີນງານຂອງ ສະພາຄວາມໝັ້ນຄົງ.