(ພາບ: http://vietnamplus.vn)
ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ແຕ່ວັນທີ 29/11 ຫາ ວັນທີ 2/12, ຕອນບ່າຍວັນທີ 29/11, ທ່ານ ເຈີນວັນຮັ່ງ, ກຳມະການສູນກາງພັກ, ຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດ ແລະ ທ່ານ ຫງວຽນແຮ້ງຟູກ, ກຳມະການສູນກາງພັກ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ໄດ້ມີການເຮັດວຽກກັບ ຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ ທ່ານ ກຸແກ້ວ ອັກຄະມົນຕີ ແລະ ຫົວໜ້າຫ້ອງວ່າການສະພາຫ່ງຊາດລາວ ທ່ານ ອຸ່ນແກ້ວ ວຸດທິລາດ. ທີ່ການເຮັດວຽກ, 2 ຝ່າຍໄດ້ສະແດງຄວາມພາກພຸມໃຈຕໍ່ຄວາມຄືບໜ້າໃນການກໍ່ສ້າງ ກໍ່ຄືຄຸນນະພາບກິດຈະກຳກໍ່ສ້າງສຳນັກງານຫ້ອງວ່າການສະພາແຫ່ງຊາດລາວ ເຊິ່ງແມ່ນຂອງຂັວນຂອງສະພາແຫ່ງຊາດຫວຽດນາມທີ່ມອບໃຫ້ ສະພາແຫ່ງຊາດ ລາວ ແລະ ສະແດງຄວາມຫວັງວ່າກິດຈະກຳມິດຕະພາບນີ້ຈະຈັດພິທີມອບມອບຮັບຖືກຕາມກຳນົດເວລາຄືວັນທີ 1/12/2011. ຄະນະຜູ້ແທນ 2 ຝ່າຍກໍ່ໄດ້ເຫັນດີເປັນເອກະສັນນຳກັນຊຸກຍູ້ການຮ່ວມມືໃນການບຳລຸງສ້າງພະນັກງານໃຫ້ແກ່ສະພາແຫ່ງຊາດລາວ ແລະ ຊ່ວຍ ວາລະສານ ຜູ້ແທນ ປຊຊ ກາຍເປັນໜັງສືພິມຂອງສະພາແຫ່ງຊາດລາວ ແລະ ເລີ່ມພິມຈຳໜ່າຍໂດຍໄວ.