ເພີ່ມທະວີການ ພົວພັນແລກປ່ຽນ ປະຊາຊົນ ຫວຽດນາມ - ອິນເດຍ
ງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ອິນເດຍ
(ພາບ: baomoi.com)
(vovworld) – ຕອນບ່າຍວັນທີ 21/10, ຢູ່ ຮ່າໂນ້ຍ, ທ່ານ ເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາ ໄດ້ຕາງໜ້າການນຳພັກ, ລັດ ໃຫ້ການຕ້ອນຮັບຄະນະຜູ້ແທນປະຊາຊົນອິນເດຍ ມາເຂົ້າຮ່ວມງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ອິນເດຍ ຄັ້ງທີ 6 ຢູ່ຫວຽດນາມ. ທ່ານ ເລຮົ່ງແອງ ໄດ້ຕີລາຄາສູງຄວາມໝາຍຂອງງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ອິນເດຍ ຄັ້ງຕ່າງໆ, ເຊິ່ງໄດ້ປະກອບສ່ວນປັບປຸງນຳ້ໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ ແລະ ຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ - ອິນເດຍ ໃນໄລຍະໃໝ່. ທ່ານ ເລຮົ່ງແອງ ຢືນຢັນຄວາມປາຖະໜາ ແລະ ຄວາມຕັດສິນໃຈຂອງການນຳ ແລະ ປະຊາຊົນຫວຽດນາມ ທີ່ສືບຕໍ່ປັບປຸງສາຍພົວພັນສາມັກຄີ, ມິດຕະພາບລະຫວ່າງປະຊາຊົນສອງປະເທດ, ປັບປຸງ ແລະ ເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອິນເດຍ ນັບມື້ນັບເລິກເຊິ່ງກວ່າອີກ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ຄວາມວັດທະນາຖາວອນໃນພາກ