ເລຂາທິການໃຫຍ່ສະຫະປະຊາຊາດວິຕົກກັງວົນກ່ຽວກັບໂຄງການລູກສອນໄຟແລະນິວເຄຼຍຂອງສປປ.ເກົາຫຼີ
(VOVWORLD) -ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໃຫ້ຂ້ໍສັງເກດວ່າ, ສະພາບຄວາມເຄັ່ງຕຶງທີ່ກ່ຽວຂ້ອງເຖິງໂຄງການນິວເຄຼຍ ແລະ ລູກສອນໄຟຂອງສປປ.ເກົາຫຼີ
ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres
(ພາບປະກອບ: Reuters)
|
ແມ່ນວິກິດການທີ່ຊົ່ວຮ້າຍທີ່ສຸດໃນໂລກໃນຫຼາຍປີຜ່ານມາ, ເຮັດໃຫ້ທ່ານມີຄວາມວິຕົກກັງວົນຢ່າງເລິກເຊິ່ງ. ໃນການຕອບສຳພາດຕໍ່ໜັງສື່ພິມ Le Journal du Dimanche ຂອງຝລັ່ງ, ສະບັບອອກວັນທີ 10 ກັນຍາ, ທ່ານ Guterres ຢືນຢັນວ່າ, ບັນຫາຫຼັກແຫຼ່ງປະຈຸບັນແມ່ນບັງຄັບໃຫ້ພຽງຢາງ ຢຸດຕິໂຄງການລູກສອນໄຟນຳວິຖີ ແລະ ນິວເຄຼຍ ກໍ່ຄືປະຕິບັດບັນດາມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດຢ່າງເຂັ້ມງວດ. ຄຽງຂ້າງນັ້ນ, ທ່ານກໍ່ເນັ້ນໜັກເຖິງຄວາມຈຳເປັນຂອງການຮັກສາຄວາມສາມັກຄີພາຍໃນສະຫະປະຊາຊາດດ້ວຍທຸກວິທີ, ຍ້ອນນີ້ແມ່ນເຄື່ອງມືໜຶ່ງດຽວເພື່ອສາສາມາດຜັນຂະຫຍາຍຂໍ້ລິເລີ່ມທາງການທູດທີ່ສາມາດບັນລຸຜົນສຳເລັດໄດ້.