ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໃຫ້ການຕ້ອນຮັບເລຂາທິການທົ່ວປະເທດພັກກອມມູນິດຝະລັ່ງ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ສາທາລະນະລັດ ຝຣັ່ງ ຢ່າງເປັນທາງການ, ຕອນເຊົ້າວັນທີ 7 ຕຸລາ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງ ປາຣີ (ຝະລັ່ງ), ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລີມ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການທົ່ວປະເທດ ພັກກອມມູນິດ ຝະລັ່ງ Fabien Roussel ແລະ ຄະນະຜູ້ແທນຂັ້ນສູງ. ຂອງພັກກອມມູນິດຝຣັ່ງ, ໃນນັ້ນມີບັນດາສະມາຊິກສະພາແຫ່ງຊາດສັງກັດພັກຢູ່ສະພາແຫ່ງຊາດ ແລະ ສະພາສູງຝຣັ່ງ.
ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໃຫ້ການຕ້ອນຮັບເລຂາທິການທົ່ວປະເທດພັກກອມມູນິດຝະລັ່ງ - ảnh 1ປະທານປະເທດຫວຽດນາມ ໂຕເລີມ ຕ້ອນຮັບທ່ານເລຂາທິການທົ່ວປະເທດ ພັກກອມມູນິດ ຝະລັ່ງ Fabien Roussel

 ຸ    ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢືນຢັນວ່າ: ການພົບປະ ແລະ ແລກປ່ຽນກັບທ່ານເລຂາທິການທົ່ວປະເທດ ພັກກອມມູນິດ ຝະລັ່ງ Fabien Roussel ແມ່ນໂອກາດເພື່ອແນໃສ່ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດຝຣັ່ງ ຊຶ່ງປະທານ ໂຮ່ຈີມິນ ເປັນໜຶ່ງໃນບັນດາສະມາຊິກກໍ່ຕັ້ງ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໃຫ້ຮູ້ວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ເຄົາລົບ ແລະ ຈົດຈຳການໜູນຊ່ວຍຂອງພັກກອມມູນິດ ຝະລັ່ງ ຜ່ານໄລຍະຕ່າງໆ, ນັບແຕ່ໄລຍະຕໍ່ສູ້ຍາດເອົາເອກະລາດແຫ່ງຊາດມາຮອດປະຈຸບັນ ແລະປົກປັກຮັກສາປະເທດຊາດສັງຄົມນິຍົມ.

ຊົມເຊີຍບັນດາຄວາມມານະພະຍາຍາມ ແລະ ໝາກຜົນດີທີ່ພັກກອມມູນິດ ຝະລັ່ງ ບັນລຸໄດ້ໃນ ໄລຍະມໍ່ໆມານີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ປາດຖະໜາວ່າ ພັກກອມມູນິດ ຝະລັ່ງ ສືບຕໍ່ເສີມຂະຫຍາຍ ບັນດາ ປະສົບການ, ມູນເຊື້ອປະຕິວັດເພື່ອຍົກສູງ ຖານະ ບົດບາດຂອງພັກຢູ່ຝະລັ່ງ ແລະເອີລົບໃນໄລຍະຈະມາເຖິງ. ພ້ອມກັນນັ້ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ສະເໜີໃຫ້ 2 ຝ່າຍສືບຕໍ່ຮ່ວມມືຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ.

ສ່ວນທ່ານເລຂາທິການທົ່ວປະເທດ ພັກກອມມູນິດ ຝະລັ່ງ Fabien Roussel ຢືນຢັນວ່າ ພັກກອມມູນິດ ຝະລັ່ງ ຍາມໃດກໍ່ເຄົາລົບ ແລະ ໃຫ້ບຸລິມະສິດໃນການພັດທະນາຄວາມສາມັກຄີ, ມິດຕະພາບກັບພັກກອມມູນິດ ຫວຽດນາມ ແລະ ຈະມານະພະຍາຍາມຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ ໃຫ້ເລິກເຊິ່ງກວ່າອີກ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີການພົວພັນລະຫວ່າງສອງປະເທດ ໃນໄລຍະຈະມາເຖິງ.

    ໃນຕອນທຽງຂອງວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ໃຫ້ການຕ້ອນຮັບປະທານສະມາຄົມມິດຕະພາບຝະລັ່ງ-ຫວຽດນາມ ແລະ ສະມາຊິກບາງທ່ານໃນສະມາຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ