(vovworld) - ຕອນຄໍ່າວັນທີ 01/05, ຢູ່ເທດສະບານທະເລ ເສີ່ມເຊີນ ໄດ້ຈັດພິທີໄຂລະດູຮ້ອນທ່ອງທ່ຽວດ້ວຍຫົວຂໍ້ວ່າ “ສັບປະດາວັດທະນະທຳທ່ອງທ່ຽວເສີ່ມເຊີນ 2014” ດ້ວຍການເຂົ້າຮ່ວມຂອງແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດນັບໝື່ນໆຄົນ. ນີ້ຖືກຖືວ່າແມ່ນການເຄື່ອນໄຫວບານພັບມຸ່ງໄປເຖິງປີທ່ອງທ່ຽວແຫ່ງຊາດ ເຊິ່ງຈະຈັດຂຶ້ນຢູ່ແທງຮ໋ວາ ໃນປີ 2015. ໃນຄໍ່າຄືນໄຂງານບຸນ, ມີລາຍການສະແດງສິລະປະຕ່າງໆທີ່ເຂັ້ມຂົ້ນໄປດ້ວຍສີສັນຊາດ ແລະ ຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງແທງຮ໋ວາ. ພາຍຫຼັງລາຍການສະແດງສິລະປະຟ້ອນລຳທຳເພງຂອງບັນດາຄະນະສິລະປະ ແມ່ນການຍິງບັ້ງໄຟດອກຄຳນັບຮັບຕ້ອນງານບຸນໃນເວລາ 15 ນາທີ. ນອກຈາກພິທີໄຂງານບຸນຄືທຳມະດາ, ຢູ່ເທດສະບານ ເສີ່ມເຊີນ ຍັງຈັດຕັ້ງການແຂ່ງຂັນກິລາຕ່າງໆຄື: ດອກປິກໄກ່, ປິ່ງປ່ອງ, ກິເລບົນທະເລ... ພ້ອມກັບບັນດາງານບູນທີ່ເປັນມູນເຊື້ອອື່ນໆອີກ.
ປີ 2014, ເສີ່ມເຊີນ ສູ້ຊົນຈະຕ້ອນຮັບແຂກທ່ອງທ່ຽວໃຫ້ໄດ້ 2,75 ລ້ານເທື່ອຄົນ, ຮັບໃຊ້ການກິນການຢູ່ໃຫ້ນັກທ່ອງທ່ຽວ 4,8 ລ້ານເທື່ອຄົນ/ວັນ; ສ້າງລາຍຮັບ 1.500 ຕື້ດົງ. ປະຈຸບັນ, ເທດສະບານພວມຍົກສູງຄຸນະພາບການບໍລິການທ່ອງທ່ຽວ; ສ້າງສະພາບແວດລ້ອມແຫ່ງການທ່ອງທ່ຽວສີວິໄລ, ໃກ້ຊິດສະໜິດສະໜົມ; ລົງທຶນຢ່າງມີຈຸດສຸມໃນການກໍ່ສ້າງບັນດາເສັ້ນທາງກິດຈະກຳ, ສະຫວັດດີການສັງຄົມ...