ເອົາໃຈໃສ່ເບິ່ງແຍງຜູ້ມີຄຸນງານຄວາມດີຕໍ່ປະເທດຊາດ
(ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ພົບປະກັບ
ຄະນະຜູ້ແທນທີ່ມີຄຸນງາມຄວາມດີຂອງສູນບຳລຸງຜູ້ເຖົ້າແກ່ທິແງ່)
(vovworld) - ຕອນເຊົ້າວັນທີ 28/10, ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ພົບປະກັບຄະນະຜູ້ແທນທີ່ມີຄຸນງາມຄວາມດີຂອງສູນບຳລຸງຜູ້ເຖົ້າແກ່ທິແງ່, ນະຄອນໂຮ່ຈີມິນ. ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຍ້ອງຍໍບັນດາເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຂອງສູນດັ່ງກ່າວ, ເຖິງວ່າອາຍຸສູງ, ສຸຂະພາບອ່ອນເພຍແລ້ວ, ແຕ່ເຂົາເຈົ້າຍັງເປັນແບບຢ່າງໃນການດຳເນີນຊີວິດ. ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຕີລາຄາສູງນະຄອນໂຮ່ຈີມິນ ທີ່ໄດ້ກໍ່ສ້າງສູນເບິ່ງແຍງຜູ້ມີຄຸນງາມຄວາມດີຢູ່ນະຄອນໂຮ່ຈິມິນ, ເຮັດໃຫ້ເຂົາເຈົ້າມີບ່ອນກິນ, ບ່ອນຢູ່, ໄດ້ຮັບກວດ ແລະ ປິ່ນປົວພະຍາດ ແລະ ຜູ້ລະໄດ້ 1.2 ລ້ານດົ່ງ/ເດືອນ. ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຫວັງວ່າ, ບັນດາແຂວງ, ນະຄອນໃນທົ່ວປະເທດຈະຮຳ່ຮຽນ ແລະ ພັດທະນາຮູບແບບນີ້.