ແກ້ໄຂສາຍເຫດທີ່ກໍ່ໃຫ້ເກີດອາດສະຍາກຳ
ສະມາຊິກສະພາແຫ່ງຊາດປະກອບຄຳເຫັນ
(ພາບ: ອິນເຕີແນດ)
(vovworld) – ບົດລາຍງານກ່ຽວກັບວຽກງານປ້ອງກັນ ແລະ ຕ້ານການລະເມີດກົດໝາຍ ແລະ ອາດສະຍາກຳ, ບົດລາຍງານກ່ຽວກັບວຽກງານຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ບົດລາຍງານຂອງຫົວໜ້າສານປະຊາຊົນສູງສຸດ, ບົດລາຍງານກ່ຽວກັບວຽກງານປະຕິບັດຄຳຕັດສິນຂອງສານ ແມ່ນເນື້ອໃນຕົ້ນຕໍ່ທີ່ບັນດາ ສສຊ ປຶກສາຫາລືໃນວາລະເຮັດວຽກຢູ່ໜ່ວຍໃນຕອນບ່າຍວັນທີ 29/10.
ຕາມການຕີລາຄາຂອງ ສສຊ ຫຼາຍທ່ານແລ້ວ, ປີ 2013, ຄຸນນະພາບວຽກງານສືບສວນ, ປັບໄໝລົງໂທດອາດສະຍາກຳກໍ່ດີກວ່າ. ຈຳນວນກໍລະນີຄົ້ນພົບອາດສະຍາກຳກໍ່ຫຼາຍກວ່າ, ການແກ້ໄຂກໍ່ໄວກວ່າ, ເຂັ້ມງວດກວ່າ, ມີອາດສະຍາກຳຫຼາຍກຸ່ມ, ພິເສດແມ່ນອາດສະຍາກຳຢາເສບຕິດຖືກຄົ້ນພົບ. ອາດສະຍາກຳອາຍາໄດ້ຮັບການແກ້ໄຂໂດຍພື້ນຖານ. ເຖິງຢ່າງໃດກໍ່ຕາມ, ອາດສະຍາກຳທີ່ເຄື່ອນໄຫວແບບສັງຄົມດຳ, ອາດສະຍາກຳອາຍຸບໍ່ເຖິງກະສຽນ, ຕ້ານຜູ້ປະຕິບັດວຽກງານລັດຖະການຈຳເປັນຕ້ອງໄດ້ຮັບການເອົາໃຈໃສ່ເປັນພິເສດ. ທ່ານ ຫງວຽນດິ່ນກວ່ຽນ, ສສຊ ນະຄອນຮ່າໂນ້ຍ, ໃຫ້ຂໍ້ສັງເກດວ່າ:
“ປີນີ້ສະພາແຫ່ງຊາດອອກມະຕິ 37 ກ່ຽວກັບວຽກງານຍຸຕິທຳ ແລະ ວຽກງານປ້ອງກັນ, ຕ້ານອາດສະຍາກຳ. ທຸກຂັ້ນ, ທຸກຂະແໜງການໄດ້ສຸມໃສ່ປະຕິບັດບັນດາຄາດໝາຍທີ່ໄດ້ວາງອອກ, ສິ່ງດັ່ງກ່າວມີປະໂຫຍດທີ່ສຸດ, ອັນໄດ້ເພີ່ມກຳລັງດັນໃຫ້ບັນດາອົງການປະຕິບັດກົດໝາຍ. ແຕ່ພວກເຮົາຄວນຕີລາຄາຄືນປະສິດທິຜົນຂອງໂຄງການປ້ອງກັນ ແລະ ຕ້ານອາດສະຍາກຳຂອງກະຊວງຕຳຫຼວດ, ພຽງແຕ່ປັບໄໝລົງໂທດຢ່າງເຂັ້ມງວດແມ່ນບໍ່ທັນໄດ້, ຫາກພວກເຮົາຕ້ອງເພີ່ມທະວີໃນທຸກຂົງເຂດຄືຄົມມະນາຄົມ, ການສຶກສາ, ສາທາລະນະສຸກ, ສິ່ງແວດລ້ອມ... ຈຶ່ງເຮັດໃຫ້ການລະເມີດກົດໝາຍຫຼຸດລົງໄດ້ “