ແຂວງຫວີງລອງຮ່ວມມືກັບວິສາຫະກິດອິດສະຣາແອນໃນດ້ານກະສິກຳເຕັກໂນໂລຢີສູງ
ປາໄນ Koi
(ພາບ: Anh Tuấn/Vietnam+) |
(vovworld) – ນັບແຕ່ວັນທີ 6/1, ແຂວງ ຫວີງລອງ ໄດ້ຜັນຂະຫຍາຍແຜນການຮ່ວມມືກັບກຸ່ມບໍລິສັດ Dagan (ຂອງອິດສະຣາແອນ) ໃນຂົງເຂດກະສິກຳ. ຕາມນັ້ນແລ້ວ, ແຜນການໄດ້ສຸມໃສ່ຖ່າຍທອດດ້ານເຕັກນິກໃນການຜະລິດກະສິກຳດ້ວຍເຕັກໂນໂລຢີສູງ ແລະ ເຊັນຂໍ້ຕົກລົງຮ່ວມສຳພັນລະຫວ່າງສູນແນວພັນປູກກະສິກຳ ຫວີງລອງ ແລະ ບໍລິສັດ ບໍລິການການຄ້າຜະລິດປະຊາຄົມ Koi ໃນການຮ່ວມມືພັດທະນາການລ້ຽງປາໄນ Koi ຈຳກັດ. ພ້ອມກັບການຮ່ວມມືກັບໂຄງການຜະລິດປາໄນ Koi ສົ່ງອອກ, ແຂວງຫວິີງລອງຍັງເປີດກ້ວາງການຮ່ວມມືກັບກຸ່ມບໍລິສັດ Dagan (ອິດສະຣາແອນ) ໃນການສຳຫຼວດບັນດາເຂດທີ່ມີຄວາມສາມາດບົ່ມຊ້ອນໃນການລ້ຽງປູກສິນໃນນຳ້ຢູ່ທ້ອງຖິ່ນ, ໜູນຊ່ວຍຂະແໜງກະສິກຳສ້າງບົດວິພາກເສດຖະກິດດ້ານເຕັກນິກ, ຮູບແບບທີ່ດີເດັ່ນ ແລະ ສ້າງຕັ້ງເຂດອຸດສາຫະກຳກະສິກຳດ້ວຍເຕັກໂນໂລຢີສູງ.