(vovworld) - ວັນທີ 19/8, ຢູ່ແຂວງເຊີນລາ, ໄດ້ຈັດງານໂຮມຊຸມມຸນສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງສາຍພົວພັນທາງການທູດຫວຽດນາມ - ລາວ; 35 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມືຫວຽດນາມ - ລາວ. ເຂົ້າຮ່ວມງານໂຮມຊຸມມຸນ, ຝ່າຍຫວຽດນາມ ມີທ່ານນາງຮອງປະທານສະພາແຫ່ງຊາດ Tong Thi Phong, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການສູງກາງ, ບັນດາພະນັກງານ, ນັກຮົບ ແລະ ປະຊາຊົນບັນດາເຜົ່າແຂວງເຊີນລາ, ສ່ວນຝ່າຍລາວ ມີທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳຫວຽດນາມ ສົມພອນ ສີຈະເລີນ ແລະ ຜູ້ຕາງໜ້າການນຳ 8 ແຂວງທາງພາກເໜືອຂອງລາວ. ກ່າວຄຳເຫັນນະທີ່ນີ້, ທ່ານເລຂາຄະນະພັກ, ເຈົ້າແຂວງ ແຂວງ ຫົວພັນ ຄຳຮຸ່ງ ເຮືອງວົງສີ ໄດ້ຢືນຢັນສາຍພົວພັນຖາຍອ້າຍນ້ອງທີ່ສະໜິດຕິດພັນມາແຕ່ດົນນານ ລະຫວ່າງປະຊາຊົນສອງປະເທດຫວຽດນາມ - ລາວ ເວົ້າລວມ ແລະ ລະຫວ່າງປະຊາຊົນສອງແຂວງຫົວພັນ ແລະ ເຊີນລາ ເວົ້າສະເພາະ. ທ່ານ ຄຳຮຸ່ງ ເຮືອງວົງສີ ໄດ້ເວົ້າວ່າ.
“ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍຕາງໜ້າໃຫ້ປະຊາຊົນບັນດາແຂວງທາງພາກເໜືອຂອງລາວເວົ້າລວມ ແລະ ແຂວງຫົວພັນ ເວົ້າສະເພາະ ຂໍສະແດງຄວາມຂອບອົກຂອບໃຈຢ່າງຈິ່ງໃຈ, ຄວາມຮູ້ບຸນຄຸນຢ່າງເລີກເຊິ່ງຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ເວົ້າລວມ ແລະ ບັນດາແຂວງແຮກສ່ຽວ ແລະ ແຂວງທີ່ມີສາຍພົວພັນຮ່ວມມືມິດຕະພາບເວົ້າສະເພາະ, ພິເສດແມ່ນອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າແຂວງເຊີນລາ ທີ່ໄດ້ສະຫງວນການຊ່ວຍເຫຼືອອັນໃຫຍ່ຫຼວງ, ມີປະສິດທິຜົນໃຫ້ແກ່ແຂວງຫົວພັນ ແລະ ບັນດາແຂວງທາງພາກເໜືອຂອງລາວ ໃນຕະຫຼອດໄລຍະຜ່ານມາ.”
ກ່າວຄຳເຫັນທີ່ພິທີ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ Tong Thi Phong ໄດ້ຕີລາຄາສູງຈິດໃຈຮ່ວມມືລະຫວ່າງແຂວງເຊີນລາ ແລະ ບັນດາແຂວງທາງພາກເໜືອຂອງລາວ. ພ້ອມກັນນັ້ນກໍສະເໜີວ່າ ສອງຝ່າຍສືບຕໍ່ຮັກສາ ແລະ ພັດທະນາສາຍພົວພັນຮ່ວມມືໃຫ້ຂຶ້ນສູ່ລະດັບສູງໃໝ່ເທື່ອລະບາດກ້າວ.