ແຂວງOita(ຢີປຸ່ນ)ປາດຖະໜາຢາກຮ່ວມມືຫຼາຍດ້ານກັບຫວຽດນາມ
(ຄະນະຜູ້ແທນຫວຽດນາມ ພົບປະກັບ ທ່ານ Murayama Tomiichi
ປະທານສະພາຕິດຕໍ່ພົວພັນສັນຕິພາບ ຢີປຸ່ນ-ຫວຽດນາມ)
(vovworld)- ທ່ານ ຫງວຽນກັວກເກື່ອງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຢີປຸ່ນ ຫາກໍ່ມີການຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງ Oita, ຢີປຸ່ນ, ລະຫວ່າງ ວັນທີ 2-4/7. ນະທີ່ນີ້, ຄະນະຜູ້ແທນຫວຽດນາມ ໄດ້ພົບປະກັບ ທ່ານ Murayama Tomiichi ປະທານສະພາຕິດຕໍ່ພົວພັນສັນຕິພາບ ຢີປຸ່ນ-ຫວຽດນາມ, ອະດິດນາຍົກລັດຖະມົນຕີຢີປຸ່ນ, ໄປຢ້ຽມຢາມບາງວິສາຫະກິດ ແລະ ສະຖານທີ່ ວັດທະນະທຳ-ທ່ອງທ່ຽວ ຂອງແຂວງ. ທ່ານ ຫງວຽນກັວກເກື່ອງ ເອກອັກຄະລັດຖະທູດ ຕີລາຄາສູງບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງ ທ່ານ Murayama ເຂົ້າການພັດທະນາການພົວພັນ ລະຫວ່າງ ຫວຽດນາມ ແລະ ຢີປຸ່ນ ໃນຖານະຕຳແໜ່ງ ເປັນນາຍົກລັດຖະມົນຕີ ຜູ້ທຳອິດຂອງ ຢີປຸ່ນ ມາຢ້ຽມຢາມຫວຽດນາມ ໃນປີ 1994 ນັບແຕ່ສອງປະເທດສ້າງຕັ້ງສາຍພົວພັນທາງການທູດ ປິ 1973. ທີ່ການພົບປະ, ທ່ານ Hirose Katsusada ຜູ້ວ່າການແຂວງ Oita ເນັ້ນໜັກເຖິງ: ຄວາມສາມາດບົ່ມຊ້ອນການຮ່ວມມືອັນໃຫຍ່ຫຼວງ ລະຫວ່າງ ແຂວງ Oita ກັບຫວຽດນາມ; ຢືນຢັນພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກ ເພື່ອໃຫ້ນັບມື້ນັບມີວິສາຫະກິດຫຼາຍແຫ່ງຂອງແຂວງ ມາລົງທຶນ ແລະ ດຳເນີນທຸລະກິດ ຢູ່ຫວຽດນາມ ກໍ່ຄືມີນັກສຶກສາຊັ້ນມັດທະຍົມຕອນປາຍຫຼາຍຄົນ ຂອງແຂວງ ມາຫວຽດນາມທ່ອງທ່ຽວ ແລະ ຮ່ຳຮຽນ. ທ່ານ Hiroseຜູ້ວ່າການ ສະແດງຄວາມປາດຖະໜາ ຢາກດຶງດູດນັກທ່ອງທ່ຽວ, ນັກສຶກສາ ແລະ ແຮງງານຫວຽດນາມຫຼາຍຄົນ ມາແຂວງ Oita, ທ່ານ Hirose ຜູ້ວ່າການ ໃຫ້ຄຳໝັ້ນສັນຍາ ຈະຕັ້ງໜ້າຜັນຂະຫຍາຍ ບັນດາການເຄື່ອນໄຫວເຊື່ອມຕໍ່ວຽກເຮັດງານທຳ ແລະ ໜູນຊ່ວຍການດຳເນີນອາຊີບ ລະຫວ່າງ ບັນດາວິສາຫະກິດ ພາຍໃນແຂວງ ກັບນັກສຶກສາຕ່າງປະເທດ, ໃນນັ້ນມີນັກສຶກສາຫວຽດນາມ.
ທ່ານ ຫງວຽນກັວກເກື່ອງ ເອກອັກຄະລັດຖະທູດ ຢືນຢັນວ່າ ສະຖານທູດຫວຽດນາມ ປະຈຳ ຢີປຸ່ນ ພ້ອມແລ້ວທີ່ຈະໜູນຊ່ວຍແຂວງ Oita ເພີ່ມທະວີການຮ່ວມມື ໃນຫຼາຍຂົງເຂດກັບຫວຽດນາມ, ເປັນຕົ້ນແມ່ນໃນຂົງເຂດເສດຖະກິດ, ການທ່ອງທ່ຽວ, ການສຶກສາບຳລຸງສ້າງ ແລະ ຮັບເອົານັກຮຽນຝຶກງານ, ຄົນງານ ຫວຽດນາມ.