ແຈ້ງການຂອງກອງະປະຊຸມຄັ້ງທີ 12 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 13 ວັນສຸກ ທີ 19 ຕຸລາ ຄ.ສ. 2012 | 14:10:14 (ພາບ:baohaiquan.vn) (TTXVN)- ຕອນເຊົ້າວັນທີ 18/10, ຄະນະປະຈຳສະພາແຫ່ງຊາດໄດ້ດຳເນີນວາລະອັດກອງປະຊຸມ ແລະ ອອກແຈ້ງການ. ທີ່ວາລະປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດໄດ້ໃຫ້ຄຳເຫັນກ່ຽວກັບບົດລາຍງານຂອງລັດຖະບານກ່ຽວກັບສະພາບການປະຕິບັດແຜນການພັດທະນາເສດຖະກິດສັງຄົມ ແລະ ແຜນງົບປະມານແຫ່ງລັດປີ 2012; ທິດທາງ, ໜ້າທີ່ ແລະ ແຜນການພັດທະນາເສດຖະກິດສັງຄົມ ແລະ ແຜນງົບປະມານແຫ່ງລັດ ແລະ ການຈັດແບງງົບປະມານສູນກາງປີ 2013. ຄະນະປະຈຳສະພາແຫ່ງຊາດເຫັນດີເປັນເອກະສັນກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ແລະ ເພີ່ມເຕີມ, ໃບຍື່ນສະເໜີ ແລະ ຮ່າງມະຕິການຈັດຕັ້ງຮັບເອົາຄຳເຫັນຂອງປະຊາຊົນກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງຂອງຄະນະຮຽບຮຽງປັບປຸງລັດຖະທຳມະນູນ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທື່ອທີ 4. ຄະນະປະຈຳສະພາແຫ່ງຊາດໄດ້ໃຫ້ຄຳເຫັນກ່ຽວກັບຮ່າງກົດໝາຍ 3 ສະບັບທີ່ຈະຍື່ນສະເໜີຕໍ່ສະພາແຫ່ງຊາດເພື່ອຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 4, ຊື່ງລວມມີ: ກົດໝາຍວ່າດ້ວຍນະຄອນຫຼວງ, ກົດໝາຍວ່າດ້ວຍສະຫະກອນ (ສະບັບປັບປຸງ), ກົດໝາຍວ່າດ້ວຍການປັບປຸງ ແລະ ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍໄຟຟ້າ. ຄະນະປະຈຳສະພາແຫ່ງຊາດໄດ້ໃຫ້ຄຳເຫັນກ່ຽວກັບໃບຍື່ນສະເໜີຕໍ່ສະພາແຫ່ງຊາດກ່ຽວກັບມະຕິວ່າດ້ວຍຂັ້ນຕອນ, ລະບຽບການ, ວິທີການຮັບເອົາບັດໄວ້ວາງໃຈ, ປ່ອນບັດໄວ້ວາງໃຈສຳລັບຜູ້ດຳລົງຕຳແໜ່ງໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງຫລືໃຫ້ສັດຕະຍາບັນ. ຄະນະປະຈຳສະພາແຫ່ງຊາດເຫັນດີເປັນເອກະສັນກ່ຽວກັບໃບຍື່ນສະເໜີ ແລະ ຮ່າງມະຕິເພື່ອແນໃສ່ຜັນຂະຫຍາຍມະຕິກອງປະຊຸມສູນກາງພັກຄັ້ງທີ 4 ແລະ ມະຕິຂອງສະພາແຫ່ງຊາດກ່ຽວກັບການປະຕິຮູບ, ປ່ຽນແປງໃໝ່ຈຳນວນໜຶ່ງ ເພື່ອຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ; ພອ້ມທັງຫັນບັນດາຂໍ້ກຳນົດຂອງລັດຖະທຳມະນູນ ແລະ ກົດໝາຍປະກາດໃຊ້ໃນປະຈຸບັນເປັນລະອຽດ, ປະກອບສ່ວນນຳບັນດາຂໍ້ກຳນົດນີ້ເຂົ້າສູ່ຊີວິດຕົວຈິງ. Tag ແຈ້ງການ ຮ່າງກົດໝາຍ ຂ່າວ/ບົດອື່ນ ວັນບຸນ ຊາວໜຸ່ມ ຫວຽດນາມ - ລາວ ເຕັມໄປດ້ວຍຄວາມສາມັກຄີ ບັນດາປະເທດ ອາຊີ - ປາຊີຟິກ ແລະ NATO ເພີ່ມທະວີການຮ່ວມມືຕ້ານຂໍ້ມູນຂ່າວສານທີ່ບໍ່ມີມູນຄວາມຈິງ ການນຳພັກແຮງງານ ທ່ານ Keir Starmer ກາຍເປັນນາຍົກລັດຖະມົນຕີຄົນໃໝ່ຂອງອັງກິດ ການເລືອກຕັ້ງປະທານາທິບໍດີ ອິີຣານ: ຜູ້ສະໝັກເລືອກຕັ້ງຕາມແນວທາງປະຕິຮູບ Masoud Peshikian ຍາດໄດ້ໄຊຊະນະ
ບັນດາປະເທດ ອາຊີ - ປາຊີຟິກ ແລະ NATO ເພີ່ມທະວີການຮ່ວມມືຕ້ານຂໍ້ມູນຂ່າວສານທີ່ບໍ່ມີມູນຄວາມຈິງ
ການເລືອກຕັ້ງປະທານາທິບໍດີ ອິີຣານ: ຜູ້ສະໝັກເລືອກຕັ້ງຕາມແນວທາງປະຕິຮູບ Masoud Peshikian ຍາດໄດ້ໄຊຊະນະ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບການນຳບັນດາກຸ່ມບໍລິສັດແຖວໜ້າ ສ.ເກົາຫຼີ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ