ແມ່ຍິງເຊື້ອຊາດຫວຽດນາມຜູ້ທຳອິດໄດ້ຮັບເລືອກຕັ້ງເຂົ້າສະພາຕຳ່ອາເມລິກາ
ທ່ານນາງ Ngoc Dung Stephanie Murphy
(ພາບ: motthegioi,vn)
(vovworld) - ການເລືອກຕັ້ງເມື່ອວັນທີ 8/11 ບໍ່ພຽງແຕ່ເຮັດໃຫ້ຊາວ ອາເມລິກາ ມີປະທານາທິບໍດີຄົນໃໝ່ເທົ່ານັ້ນ, ຫາກຍັງສ້າງເຫດການໃຫຍ່ທີ່ສຸດໃນປະຊາຄົມຊາວ ຫວຽດນາມ ດຳລົງຊີວິດຢູ່ ອາເມລິກາ ອີກດ້ວຍ, ນັ້ນແມ່ນທ່ານນາງ Ngoc Dung Stephanie Murphy ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາຕຳ່ ອາເມລິກາ. ພາຍຫຼັງເຫດກໍ່ການຮ້າຍວັນທີ 11/9, ທ່ານນາງ Stephanie Murphy ມີຊື່ ຫວຽດນາມວ່າ ດັ້ງທິງອກຢຸງ ເຮັດວຽກຢູ່ກະຊວງປ້ອງກັນປະເທດ, ຮັບຜິດຊອບດ້ານປ້ອງກັນຄວາມສະຫງົບພິເສດໃນຕະຫຼອດໄລຍະ 4 ປີ. ທ່ານນາງກໍ່ແມ່ນໜຶ່ງໃນບັນດາຜູ້ທີ່ໄດ້ຮັບເຊີນອ່ານສູນທອນພົດຢູ່ກອງປະຊຸມໃຫຍ່ທົ່ວປະເທດຂອງພັກປະຊາທິປະໄຕຢູ່ລັດ Pennsylvania, ເມື່ອເດືອນ 7 ຜ່ານມາ. ທ່ານນາງ Stephanie Murphy ແມ່ນແມ່ຍິງເຊື້ອຊາດ ຫວຽດນາມ ຜູ້ທຳອິດທີ່ໄດ້ຮັບເລືອກຕັ້ງເຂົ້າສະພາຕຳ່ ອາເມລິກາ.