ກອງປະຊຸມສະຫລຸບໂຄງການຫນູນຊ່ວຍຄອບຄົວທຸກຍາກ
ກ່ຽວກັບເຮືອນຢູ່
ພາບ: internet
|
(vovworld)- ຕອນເຊົ້າວັນທີ 19/7 ຢູ່ ນະຄອນ ບັກນີງ, ຄະນະຊີ້ນຳສູນກາງກ່ຽວກັບນະໂຍບາຍເຮືອນຢູ່ ແລະ ຕະຫລາດອະສັງຫາລິມະຊັບ ໄດ້ຈັດຕັ້ງກອງປະຊຸມທົ່ວປະເທດ ສະຫລຸບໂຄງການຫນູນຊ່ວຍຄອບຄົວທຸກຍາກກ່ຽວກັບເຮືອນຢູ່ ຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ. ໂຄງການດັ່ງກ່າວໄດ້ຮັບການຜັນຂະຫຍາຍໃນໄລຍະ 4 ປີ ແຕ່ປີ 2009 - 2013 ດ້ວຍການຄາດຄະເນວ່າຈະກໍ່ສ້າງເຮືອນໃຫມ່ 500.000 ຫລັງ. ແຕ່ພາຍຫລັງ 3 ປີ, ໂຄງການດັ່ງກ່າວໄດ້ກໍ່ສ້າງເຮືອນຢູ່ໃຫ້ຄອບຄົວທຸກຍາກໄດ້ 507.000 ຫລັງ. ກ່າວຄຳປາໄສຊີ້ນຳກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ Nguyen Tan Dung ເນັ້ນຫນັກວ່າ: ໂຄງການຫນູນຊ່ວຍຄອບຄົວທຸກຍາກກ່ຽວກັບເຮືອນຢູ່ ແມ່ນໂຄງການໄດ້ຮັບການສະຫນັບສະຫນູນ ແລະ ໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ ແລະ ການເຂົ້າຮ່ວມຂອງທັງລະບົບການເມືອງ, ການຫນູນຊ່ວຍຂອງວົງຄະນາຍາດກໍຄືຄວາມມານະພະຍາຍາມຂອງປະຊາຊົນ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ເນັ້ນຫນັກວ່າ: ຍາມໃດພັກ ແລະ ລັດ ກໍເອົາໃຈໃສ່ຫນູນຊ່ວຍເຮືອນຢູ່ໃຫ້ແກ່ບັນດາເປົ້າໝາຍນະໂຍບາຍສັງຄົມ, ຜູ້ທຸກຍາກທີ່ປະສົບກັບຄວາມຫຍຸ້ງຍາກກ່ຽວກັບເຮືອນຢູ່. ທ່ານນາຍົກລັດຖະມົນຕີ Nguyen Tan Dung ເນັ້ນຫນັກວ່າ:
“ຂ້າພະເຈົ້າສະເຫນີວ່າ ຕ້ອງເສີມຂະຫຍາຍສິ່ງທີ່ດີ, ຈຸດເດັ່ນຂອງໂຄງການນີ້ ເພື່ອໃຫ້ພວກເຮົາປະຕິບັດໄລຍະສອງຂອງໂຄງການ. ພວກເຮົາຕ້ອງຖອດຖອນບົດຮຽນຈາກໂຄງການນີ້ເພື່ອປະຕິບັດໂຄງການກໍ່ສ້າງເຮືອນຢູ່ອື່ນໃຫ້ມີປະສິດທິຜົນກວ່າ.”