(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ - ວັນລັດຖະທຳມະນູນ ສ. ໂປໂລຍ (3/5/1791 – 3/5/2014), ວັນທີ 2/5/2014, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ໄດ້ຝາກໂທລະເລກຊົມເຊີຍໄປຍັງທ່ານປະທານາທິບໍດີ ສ. ໂປໂລຍ Bronislaw Komorowski.
ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ກໍ່ໄດ້ຝາກໂທລະເລກຊົມເຊີຍເຖິງທ່ານນາຍົກລັດຖະມົນຕີ ສ. ໂປໂລຍ Donald Tusk.
ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ກໍ່ໄດ້ຝາກໂທລະເລກ ຊົມເຊີຍເຖິງທ່ານລັດຖະມົນຕີການຕ່າງປະເທດ ສ. ໂປໂລຍ Radoslaw Sikorski.