(ພາບ:baodautu.vn)
(VOV)- ກ່າວຄຳເຫັນທີ່ ກອງປະຊຸມກຸ່ມທີ່ປຶກສາບັນດານັກອຸປະຖຳໃຫ້ແກ່ຫວຽດນາມ 2012 (CG 2012) ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 10/12 ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ໄດ້ໃຫ້ຂໍ້ສັງເກດວ່າ ເຖິງວ່າມີການຫັນປ່ຽນຢ່າງຕັ້ງໜ້າກໍ່ຕາມ ແຕ່ພື້ນຖານເສດຖະກິດຫວຽດນາມ ຍັງຕ້ອງປະເຊີນໜ້າກັບບັນດາຄວາມຫຍຸ້ງຍາກ ແລະ ຂໍ້ຄົງຂ້າງຫຼາຍຢ່າງ, ໃນນັ້ນ, ເສດຖະກິດມະຫາພາກ ແລະ ໝາກຜົນການຄວບຄຸມໄພເງິນເຟີ້ຍັງບໍ່ທັນໜັກແໜ້ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ເນັ້ນໜັກວ່າ:
“ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍດັ່ງກ່າວຮຽກຮ້ອງໃຫ້ລັດຖະບານຕ້ອງບໍລິຫານຢ່າງມີໄຫວພິບ, ມີປະສິດທິຜົນກ່ວາ, ລະດົມທຸກແຫ່ລງກຳລັງພາຍໃນ ແລະ ຕ່າງປະເທດໃຫ້ແກ່ເສດຖະກິດມະຫາພາກ, ມານະພະຍາຍາມປະຕິບັດບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກຢ່າງຂ້ຽວຂາດ, ຄົບຊຸດ. ເພື່ອປະຕິບັດຈຸດໝາຍພັດທະນາເສດຖະກິດສັງຄົມປີ 2013 ຢ່າງມີໄຊ. ລັດຖະບານສຸມໃສ່ຜັນຂະຫຍາຍການປະຕິບັດບັນດາໜ້າທີ່ຕົ້ນຕໍຄື: ເພີ່ມທະວີການຮັກສາເສດຖະກິດມະຫາພາກເປັນປົກກະຕິ ແລະ ສູ້ຊົນບັນລຸລະດັບເຕີບໂຕຈີດີພີສູງກ່ວາ ແລະ ໄພເງິນເຟີ້ຕ່ຳກ່ວາປີ 2012“.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ເນັ້ນນັກວ່າ: ດ້ວຍຄວາມຕັດສິນໃຈ, ມານະພະຍາຍາມ ແລະ ການໜູນຊ່ວຍຂອງບັນດານັກອຸປະຖຳ, ຫວຽດນາມ ຈະກ້າວເຂົ້າສູ່ປີ 2013 ດ້ວຍຄວາມຕັດສິນໃຈຢ່າງແຮງ, ບັນລຸໝາກຜົນການພັດທະນາສູງກ່ວາ, ສ້າງທ່ວງທ່າພັດທະນາໝັ້ນຄົງໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ຢືນຢັນວ່າ:
“ຫວຽດນາມ ວາງຈຸດໝາຍຮອດປີ 2020 ກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝໂດຍພື້ນຖານ, ການເມືອງສັງຄົມເປັນປົກກະຕິ, ປະຊາທິປະໄຕ…ນັ້ນແມ່ນຄວາມຕັດສິນໃຈ, ມານະພະຍາຍາມຂອງຫວຽດນາມ ບືນຕົວຂຶ້ນພັດທະນາຢ່າງໄວວາ ແລະ ໝັ້ນຄົງ. ຂ້າພະເຈົ້າເຊື່ອໝັ້ນວ່າ: ບັນດານັກອຸປະຖຳສາກົນຈະສືບຕໍ່ຮ່ວມເດີນທາງ, ຮ່ວມມືກັບຫວຽດນາມ ໃນເສັ້ນທາງໃໝ່ທີ່ເຕັມໄປດ້ວຍແງ່ຫວັງອັນສົດໃສ“.