ໄຂກອງປະຊຸມສົນທະນາ ເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ເວທີປາໄສ ພາກພື້ນ ອາຊຽນ
(vovworld) - ວັນທີ 24/5, ບັນດາເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ມາຈາກ 27 ປະເທດ ໄດ້ເຕົ້າໂຮມຢູ່ນະຄອນຫຼວງ ພະນົມເປັນ ປະເທດ ກຳປູເຈຍ ເພື່ອເຂົ້າຮ່ວມການສົນທະນາລະຫວ່າງເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ເວທີປາໄສພາກພື້ນ ອາຊຽນ (ຫຼື ARF – DOD) ເພື່ອປຶກສາຫາລືກ່ຽວກັບວິທີເພີ່ມທະວີການຮ່ວມມື ໃນຂົງເຂດໜູນຊ່ວຍມະນຸດສະທຳ, ແກ້ໄຂໄພພິບັດ ແລະ ການເຄື່ອນໄຫວຮັກສາສັນຕິພາບ. ກ່າວຄຳເຫັນທີ່ກອງປະຊຸມ, ພົນຕີ Nem Sowath, ຫົວໜ້າກົມນະໂຍບາຍ ແລະ ພົວພັນຕ່າງປະເທດກະຊວງປ້ອງກັນປະເທດກຳປູເຈຍ ໃຫ້ຮູ້ວ່າ: ການສົນທະນາທີ່ແກ່ຍາວເປັນເວລາ 2 ວັນນີ້ຈະຊອກຫາການຮ່ວມມື ຈາກບັນດາຄູ່ສົນທະນາຂອງອາຊຽນ ເພື່ອແກ້ໄຂບັນດາບັນຫາທີ່ກ່າວມາຂ້າງເທິງກ່ວາອີກ. ພົນຕີ Nem Sowath ເນັ້ນໜັກວ່າ: ການໜູນຊ່ວຍຂອງບັນດາປະເທດຄູ່ສົນທະນາໃນການກໍ່ສ້າງພາກພື້ນ ອາຊຽນ ມີສັນຕິພາບ, ປອງດອງ, ແລະ ວັດຖະນາຖາວອນແມ່ນສຳຄັນທີ່ສຸດ. ຕາມທ່ານ ພົນຕີ Nem Sowath ແລ້ວ, ບັນດາເຈົ້າໜ້າທີ່ກໍຈະປຶກສາຫາລືກ່ຽວກັບການຮ່ວມມືຕ້ານການເຄື່ອນໄຫວຄ້າມະນຸດ ແລະ ຢາເສບຕິດ, ຄວາມສະຫງົບປອດໄພທາງທະເລ ແລະ ບັນຫາກໍການຮ້າຍສາກົນ ຢູ່ພາກພື້ນ. ນອກຈາກບັນດາເຈົ້າໜ້າທີ່ປ້ອງກັນຊາດມາຈາກບັນດາປະເທດ ອາຊຽນ, ຍັງມີເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ມາຈາກ ອາເມລິກາ, ລັດເຊຍ, ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສ ເກົາຫຼີ...