ທ່ານ Susilo Bambang Yudhoyono ປະທານາທິບໍດີ ອິນໂດເນເຊຍ
ພາບ: internet |
(vovword) - ເວທີປາໄສດ້ານການຄ້າ ອາຊຽນ ແລະ ອາເມລິກາລາຕິນ ຖືກໄຂຂຶ້ນໃນວັນທີ 9/7 ຢູ່ ນະຄອນຫລວງ ຢາກາກຕາ ປະເທດ ອິນໂດເນເຊຍ. ທ່ານ Susilo Bambang Yudhoyono ປະທານາທິບໍດີ ປະເທດເຈົ້າພາບໄດ້ຮຽກຮ້ອງໃຫ້ວົງການນັກທຸລະກິດບັນດາປະເທດ ອາຊຽນ ແລະ ອາເມລິກາລາຕິນ ເພີ່ມທະວີການລົງທຶນ ແລະ ດຳເນີນທຸລະກິດສອງຝ່າຍ ເພາະວ່າ ນີ້ແມ່ນຕະຫລາດສອງແຫ່ງຫາກໍ່ພົ້ນເດັ່ນຂຶ້ນມີກາລະໂອກາດ ແລະ ຄວາມສາມາດບົ່ມຊ້ອນຫລາຍຢ່າງເພື່ອຮັບໃຊ້ຜົນປະໂຫຍດຂອງປະຊາຊົນ. ປະທານາທິບໍດີ ອິນໂດເນເຊຍ Susilo Bambang ຊີ້ແຈງວ່າ: ອາຊີຕາເວັນອອກສຽງໃຕ້ ແລະ ອາເມລິກາລາຕິນ ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫລວງທາງດ້ານເສດຖະກິດ ດ້ວຍການຮ່ວມສຳພັນຢ່າງແຫນ້ນແຟ້ນລະຫວ່າງບັນດາພື້ນຖານເສດຖະກິດສະມາຊິກ. ເວທີປາໄສການຄ້າ ອາຊຽນ ອາເມລິກາລາຕີນ ດຳເນີນໄປໃນ 2 ວັນ ໂດຍມີການເຂົ້າຮ່ວມຂອງວົງການນັກທຸລະກິດ ແລະ ບັນດາເຈົ້າຫນ້າທີ່, ເປັນຕົ້ນແມ່ນສຸ່ມໃສ່ປຶກສາຫາລືກ່ຽວກັບແງ່ຫວັງຍູ້ແຮງການດຳເນີນທຸລະກິດ ແລະ ການລົງທຶນລະຫວ່າງສອງພາກພື້ນ.