ໄທຕົກລົງຈັດຕັ້ງການເລືອກຕັ້ງຄືນໃໝ່ຢູ່ສະຖານທີ່ປ່ອນບັດຫຼາຍແຫ່ງ
(ພາບປະກອບຈາກ VOAnews)
(vovworld) – ວັນທີ 7/2, ຄະນະກຳມະການເລືອກຕັ້ງໄທ (EC) ໄດ້ຕົກລົງຈັດຕັ້ງການປ່ອນບັດເລືອກຕັ້ງຄັ້ງໃໝ່ຢູ່ບັນດາສະຖານທີ່ປ່ອນບັດເລືອກຕັ້ງເພື່ອຮັບໃຊ້ໃຫ້ແກ່ການປ່ອນບັດກ່ອນກຳນົດເວລາໃນວັນທີ 26/1 ທີ່ຜ່ານມາ ແລະ ໃຫ້ 10.284 ສະຖານທີ່ປ່ອນບັດທີ່ຖືກຜູ້ແຫ່ຂະບວນປະທ້ວງປິດລ້ອມໃນການເລືອກຕັ້ງທົ່ວປະເທດເມື່ອວັນທີ 2/2 ຜ່ານມາ. ເຖິງຢ່າງໃດກໍ່ຕາມ, ຈຸດເວລາລະອຽດເພື່ອດຳເນີນການປ່ອນບັດຄັ້ງໃໝ່ບໍ່ທັນໄດ້ຮັບການປະກາດເທື່ອ. ກຳມະການ EC ທ່ານ ສົມຊາຍ ສີສຸດທິຢາກອນ ໃຫ້ຮູ້ວ່າ: ຈະບໍ່ດຳເນີນການປ່ອນບັດຄືນໃໝ່ຢູ່ບັນດາສະຖານທີ່ໄດ້ດຳເນີນການປ່ອນບັດແລ້ວແຕ່ບໍ່ທັນສຳເລັດ, ຫາກ EC ຈະດຳເນີນການນັບບັດເລືອກຕັ້ງເຊິ່ງໄດ້ຮັບການປ່ອນບັດຢ່າງຖືກຕ້ອງຕາມລະບຽບການ. ນອກຈາກນັ້ນ, EC ກໍ່ຮຽກຮ້ອງໃຫ້ລັດຖະບານຊົ່ວຄາວປະກາດໃຊ້ລັດຖະດຳລັດລາຊະອານາຈັກສະບັບໃໝ່ເພື່ອກຳນົດຈຸດເວລາເລືອກຕັ້ງໃໝ່ໃຫ້ 28 ສະຖານທີ່ປ່ອນບັດຢູ່ 8 ແຂວງບໍ່ມີຜູ້ອອກສະໝັກຮັບເລືອກຕັ້ງຈົດທະບຽນຍ້ອນຖືກຜູ້ແຫ່ຂະບວນປະທ້ວງກີດຂວາງ.
ກ່ຽວຂ້ອງເຖິງສະພາບການການເມືອງສັບສົນຢູ່ ໄທ, ວັນທີ 7/2, ກຸ່ມຊາວກະສິກອນ 200 ຄົນທີ່ແຫ່ຂະບວນປະທ້ວງຢູ່ ບາງກອກ ໄດ້ກຳນົດຈຸດເວລາສຸດທ້າຍຮຽກຮ້ອງໃຫ້ລັດຖະບານ ໄທ ຕ້ອງຊຳລະເງິນຊື້ເຂົ້າສານຊ້າສຸດແມ່ນໃນວັນທີ 15/2 ຈະມາເຖິງ.