(vovworld) - ວັນທີ 08/04, ຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໄດ້ຈັດການສະຫລຸບໂຄງການ “ນະຄອນໂຮ່ຈິມິນ ພັດທະນາມຸ່ງໄປສູ່ທາງທະເລ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ” ແລະ ລົງນາມໃນບົດບັນຖືກຊ່ວຍຈຳໄລຍະ 2013 – 2015 ກ່ຽວກັບການຮ່ວມມືລະຫວ່າງນະຄອນໂຮ່ຈິມິນ ແລະ ນະຄອນ Rotterdam (ໂຮມລັງ). ກວ່າ 1 ປີແຫ່ງການປະຕິບັດໂຄງການໄດ້ຊ່ວຍໃຫ້ນະຄອນໂຮ່ຈິມິນ ຍົກສູງຄວາມສາມາດໃຫ້ຖັນແຖວພະນັກງານໃນພະແນກຂະແໜງຕ່າງໆທີ່ກ່ຽວຂ້ອງ. ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ຫງວຽນຮິວຕິ໋ນ ໃຫ້ຮູ້ວ່າ.
“2 ນະຄອນຕ້ອງຄົ້ນຄວ້າການຮ່ວມມື, ກໍ່ສ້າງ ແລະ ພັດທະນາແຜນຮ່າງຄຸ້ມຄອງສັງລວມກ່ຽວກັບຊັບພະຍາກອນແຫລ່ງນ້ຳນະຄອນໂຮ່ຈິມິນໄລຍະ 2015 – 2025; ເພີ່ມທະວີການຮ່ວມມືໃນຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃຫ້ເໝາະສົມກັບແຕ່ລະໄລຍະ, ພິເສດແມ່ນພັດທະນາພື້ນຖານໂຄງລ່າງໃນຂົງເຂດຕ້ານນ້ຳຖ້ວມ ແລະ ລະບາຍນ້ຳ; ຄຸ້ມຄອງລະບົບແມ່ນ້ຳ, ຄອງເໝືອງຂອງນະຄອນ, ບຳລຸງສ້າງ ແລະ ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນ. ການຮ່ວມມືຂອງນະຄອນໂຮ່ຈິມິນ ແລະ Rotterdam ຈະແມ່ນປັດໃຈຕົ້ນຕໍ່ເພື່ອສືບຕໍ່ພັດທະນາການພົວພັນຮວ່ມມືຍຸດທະສາດອັນຍາວນານ ແລະ ໝັ້ນຄົງລະຫວ່າງ 2 ນະຄອນເວົ້າສະເພາະ ແລະ ລະຫວ່າງຫວຽດນາມ ແລະ ໂຮມລັງ ເວົ້າລວມ”.
ນະຄອນໂຮ່ຈິມິນ ແລະ ນະຄອນ Rotterdam ສືບຕໍ່ສົ່ງເສີມການຮ່ວມມືລະຫວ່າງບັນດາຫົວໜ່ວຍ, ພະແນກ, ຄະນະ, ໂຮງຮຽນ, ສະຖາບັນ ແລະ ສູນຄົ້ນຄວ້າຕ່າງໆ, ພັນຂະຫຍາຍຍຸດທະສາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ສົມທົບກັບວຽກງານວາງແຜນການພື້ນຖານໂຄງລ່າງ, ພ້ອມທັງຍົກສູງຄວາມຮັບຮູ້ ແລະ ຄວາມສາມາດຂອງພະນັກງານລັດຖະກອນໃນຂົງເຂດນີ້.