(vovworld) - ກົມໃຫຍ່ສະຖິຕິຫວຽດນາມໃຫ້ຮູ້ວ່າ: ການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດນັບແຕ່ຕົ້ນປີມາຮອດປະຈຸບັນບັນລຸກ່ວາ 4,2 ຕື້ USD, ເທົ່າກັບ 70% ເມືອທຽບໃສ່ໄລຍະດຽວກັນຂອງປີກາຍ. ຂົງເຂດດຳເນີນທຸລະກິດອະສັງຫະລິມະຊັບຍັງຍື່ນອັນດັບໜຶ່ງໃນບັນດາຂົງເຂດດຶງດູດການລົງທຶນໂດຍກົງຈາກຕ່າງປະເທດໃນຊຸມເດືອນຕົ້ນປີ ດ້ວຍຍອດຈຳນວນທຶນຈົດທະບຽນແມ່ນກ່ວາ 1,5 ຕື້ USD. ໃນຈຳນວນບັນດາແຂວງ, ນະຄອນ ທີ່ຂຶ້ນກັບສູນກາງທີມີໂຄງການລົງທຶນໂດຍກົງຈາກຕ່າງປະເທດເຊິ່ງຫາກໍຮັບໜັງສືໃບອະນຸຍາດໃໝ່ນັ້ນ, ແຂວງ ບິນເຢືອງ ມີຈຳນວນທຶນຈົດທະບຽນຫຼາຍສຸດ, ຖັດມາແມ່ນ ຫາຍຟ່ອງ, ກວາງນິນ, ນິນບິນ... ປະຈຸບັນ, ຍີ່ປູ່ນ ແມ່ນນັກລົງທຶນລາຍໃຫຍ່ທີສຸດໃນຈຳນວນບັນດາປະເທດ ແລະ ເຂດແຄ້ວນທີ່ມີໂຄງການລົງທຶນເຂົ້າຫວຽດນາມໄດ້ຮັບໜັງສືອະນຸຍາດໃໝ່, ກວມເຖິງ 76% ຍອດຈຳນວນທຶນໄດ້ຈົດທະບຽນໃໝ່.