(vovworld) - ວັນທີ 19/6, ກອງພົນນ້ອຍ Ezzedine al – Qassam Brigades, ສາຂາກຸ່ມປະກອບອາວຸດຂອງຂະບວນການອິດສະລາມ Hamas, ປະຈຸບັນພວມຄອບຄອງເຂດ Gaza ຂອງ ປາແລດສະຕີນ ໃຫ້ຮູ້ວ່າ: ໄດ້ຍິງລູກຈະຫຼວດ Grad 10 ລູກ ເຂົ້າ ອິດສະຣາແອນ ເພື່ອໂຕ້ຕອບເຫດການ ອິດສະຣາແອນ ທຳການບຸກໂຈມຕີທາງອາກາດ ເຮັດໃຫ້ປະຊາຊົນ ປາແລດສະຕີນ 6 ຄົນຖືກເສຍຊີວິດ. ໃນແຈ້ງການ, ໂຄສົກຂອງ Hamas ຢັ້ງຢືນວ່າ ນີ້ແມ່ນຄັ້ງທຳອິດ ເຂົາເຈົ້າໄດ້ຍິງລູກຈະຫຼວດໄລຍະໄກໃສ່ ອິດສະຣາແອນ ນັບແຕ່ເດືອນ 4/2011. ແຈ້ງການຢືນຢັນວ່າ “ເລື່ອງດັ່ງກ່າວຈະສືບຕໍ່ເກີດຂຶ້ນ ຖ້າຫາກ ອິດສະຣາແອນ ບຸກໂຈມຕີທາງອາກາດເຂົ້າເຂດ Gaza”.
ສ່ວນກອງທັບ ອິດສະຣາແອນ ໃຫ້ຮູ້ວ່າ: ມີລູກຈະຫຼວດ 11 ລູກຖືກຍິງເຂົ້າ ອິດສະຣາແອນ ເມື່ອຕອນຄຳ່ວັນທີ 18/6. ກ່ອນໜ້ານັ້ນ, ວັນທີ 18/6, ມີລູກຈະຫຼວດ 3 ລູກຖືກຍິງເຂົ້າ ອິດສະຣາແອນ. ໃນຂະນະນັ້ນໂຄສົກຂອງກຳລັງທະຫານຢືນຢັນວ່າ: ອິດສະຣາແອນ ໄດ້ດຳເນີນການບຸກໂຈມຕີໂດຍເຈດຕະນາແນ່ໃສ່ Deir al Balah, ແຕ່ການບຸກໂຈມຕີນີ້ບໍ່ມີຈຸດໝາຍລະອຽດ.